VOV WorldVOV World
ຕ້ານການສໍ້ລາດບັງຫລວງບໍ່ກີດຂວາງການພັດທະນາເສດຖະກິດ - ສັງຄົມ
22/08/2024 09:41
(VOVWORLD) - ທີ່ກອງປະຊຸມຄັ້ງທີ 26 ຂອງຄະນະຊີ້ນຳຂອງສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ຈັດຂຶ້ນໃນກາງອາທິດຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຢືນຢັນຄວາມຕັດສິນໃຈໃນການ ຕ້ານການສໍ້ລາດບັງຫລວງ ໂດຍ “ບໍ່ຢຸດ”, “ບໍ່ເຊົາ” “ບໍ່ມີເຂດຫ້າມ”, “ບໍ່ມີການຍົກເວັ້ນ”, ບໍ່ວ່າຜູ້ນັ້ນແມ່ນໃຜ. ຜູ້ນຳຫນ້າພັກກອມມູນິດ ຫວຽດນາມ ກໍ່ເນັ້ນຫນັກຢ່າງແຮງເຖິງຄວາມຮຽກຮ້ອງຕ້ອງການ “ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ບໍ່ແມ່ນເພື່ອຍູ້ແຮງການຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຊື່ງສົ່ງຜົນສະທ້ອນ, ກີດຂວາງການພັດທະນາເສດຖະກິດ -ສັງຄົມ.
ຕ້ານການສໍ້ລາດບັງຫລວງບໍ່ກີດຂວາງການພັດທະນາເສດຖະກິດ - ສັງຄົມ
ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກ່າວຄຳເຫັນຊີ້ນຳກອງປະຊຸມ. ພາບ:Trí Dũng/TTXVN ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ຫົວຫນ້າ ຄະນະຊີ້ນຳ ໄດ້ເນັ້ນຫນັກຄວາມຮຽກຮ້ອງຕ້ອງການ: ການຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຕ້ອງຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ບໍ່ແມ່ນເພື່ອ ຍູ້ແຮງການຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຊື່ງສົ່ງຜົນສະທ້ອນ, ກີດຂວາງການພັດທະນາເສດຖະກິດ -ສັງຄົມ, ຫາກການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ຕ້ອງໄດ້ຮັບການຜັນຂະຫຍາຍເຖິງຮາກຖານພັກ, ຫນ່ວຍພັກ, ຕ້ອງໄດ້ຮັບການຕິດຕາມກວດກາຂອງພະນັກງານ,ສະມາຊິກພັກ ແລະປະຊາຊົນ.
TAG
VOV/VOVworld/ຕ້ານການສໍ້ລາດບັງຫລວງ/ປະກົດການຫຍໍ້ທໍ້/ພະນັກງານ/ສະມາຊິກພັກ

More