VOV WorldVOV World
ຕັດສິນໃຈສູງພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ແບບຍືນຍົງ ຕໍ່ໜ້າບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາ
27/09/2017 07:34
(VOVWORLD) - ເຂດທົ່ງພຽງແມ່ນ້ຳຂອງ ກາຍເປັນບ່ອນທີ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ, ຊ່ວຍໃຫ້ປະເທດຊາດຜ່ານຜ່າຊຸມປີທີ່ອຶດຫິວທຸກຍາກ, ລຳບາກກາກກຳ ຍ້ອນຂາດແຄນອາຫານ.
ຕັດສິນໃຈສູງພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ແບບຍືນຍົງ ຕໍ່ໜ້າບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາ
ວັນທີ 27 ກັນຍາ, ທີ່ນະຄອນ ເກີນເທີ, “ກອງປະຊຸມຫັນປ່ຽນຮູບແບບພັດທະນາແບບຍືນຍົງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ” ຖືກໄຂຂຶ້ນຢ່າງເປັນທາງການ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານໂດຍກົງ ດ້ວຍການເຂົ້າຮ່ວມຂອງຜູ້ແທນພາຍໃນ ແລະ ຕ່າງປະເທດ 500 ຄົນ. ກອງປະຊຸມໄດ້ປຶກສາຫາລືມາດຕະການຫລາຍຢ່າງ ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ພັດທະນາແບບຍືນຍົງ ມີລັກສະນະຍຸດທະສາດ, ໄລຍະຍາວຈົນຮອດປີ 2100. ນີ້ອາດຈະຖືວ່າ ແມ່ນເຫດການສຳຄັນພິເສດ, ແມ່ນພື້ນຖານ “ເປີດຊ່ອງທາງ” ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ພັດທະນາໃນເງື່ອນໄຂໃໝ່, ສະພາບການໃໝ່.  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)          ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດ ດ້ວຍປະຊາກອນປະມານ 18 ລ້ານຄົນ. ເຂດທົ່ງພຽງແມ່ນ້ຳຂອງໄດ້ປະກອບສ່ວນເຂົ້າໃນ GDP ຂອງທົ່ວປະເທດປະມານ 18%, ດ້ວຍຍອດປະລິມານເຂົ້າສານສົ່ງອອກແມ່ນ 90%, ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ແມ່ນເກືອບ 60% ແລະ 70% ປະລິມານໝາກໄມ້ໃນທົ່ວປະເທດ. ປະຈຸບັນ, ເຂດທົ່ງພຽງແມ່ນ້ຳຂອງ ພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກເປັນພິເສດ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ. ຍ້ອນເຫດນັ້ນ, ຈຶ່ງມີການລະດົມແຫຼ່ງກຳລັງ ແລະ ພູມປັນຍາຂອງປະຊາຄົມບັນດາວິສາຫະກິດ ແລະ ປະຊາຊົນ, ບັນດານັກອຸປະຖຳ, ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມການແຂ່ງຂັນກູ້ຊ່ວຍເຂດທົ່ງພຽງແມ່ນ້ຳຂອງຢ່າງແຮງ.
TAG
VOV/VOVworld/ນ້ຳທະເລຂຶ້ນສູງ/ນ້ຳທະເລຊຶມເຂົ້າ/ໄພແຫ້ງແລ້ງ; ດິນເຊາະເຈື່ອນ