ຫຼັກຖານພິສູດຢ່າງຈະແຈ້ງກ່ຽວກັບຄວາມເສລີທາງດ້ານສາສະໜາຢູ່ ຫວຽດນາມ
30/09/2022 07:00
(VOVWORLD) - ປະຈຸບັນ, ແຂວງ ດັກລັກ ມີສາສະນິກກະຊົນກ່ວາ 615.000 ຄົນ, ກວມເອົາ 30% ຈຳນວນປະຊາກອນ, ໃນນັ້ນເປັນຕົ້ນແມ່ນ 4 ສາສະໜາໃຫຍ່ຄື: ສາສະໜາກາໂຕລິກ, ສາສະໜາພຸດ, ສາສະໜາໂປແຕັດຕັງ, ສາສະໜາກາວດາຍ; ມີສຳນັກ ແລະ ສະຖານທີ່ເຄື່ອນໄຫວດ້ານສາສະໜາທາງການ 356 ແຫ່ງ ແລະ ມີຜູ້ມີຍົດສັກຕຳແໜ່ງ, ຕຳແໜ່ງໜ້າທີ່ວຽກງານ, ນັກບວດເກືອບ 1.400 ຄົນ

ຄວາມເສລີໃນການເຫຼື້ອມໃສ, ສາສະໜາແມ່ນໜຶ່ງໃນບັນດາສິດພື້ນຖານຂອງມະນຸດທີ່ໄດ້ລະບຸ ແລະ ປົກປ້ອງໃນກົດໝາຍວ່າດ້ວຍສິດທິມະນຸດສາກົນ ແລະ ລັດຖະທຳມະນູນຂອງເກືອບທຸກໆປະເທດ, ໃນນັ້ນມີ ຫວຽດນາມ. ຫວ່າງມໍ່ໆມານີ້, ຜູ້ຕາງໜ້າບາງສຳນັກຂ່າວສານ, ສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ເມື່ອໄປປະຕິບັດຕົວຈິງທີ່ແຂວງ ດັກລັກ ໄດ້ເຫັນປະຈັກຕາບັນດາຜົນງານຂອງຄວາມເສລີໃນການເຫຼື້ອມໃສໃນຊີວິດສາສະໜາຂອງປະຊາຊົນຢູ່ທີ່ນີ້.
TAG
VOV/VOVworld/ທາງທິດຕາເວັນອອກ/ຮາກຖານສາສະໜາ
Related
More








