ຫລຸດຜ່ອນຄວາມເຄັ່ງຄຶງໃນແຫຼມ ເກົາຫຼີ ອາດຈະປະກົດຜົນເປັນຈິງຫຼືບໍ
18/07/2017 06:52
(VOVWORLD) - ລັດຖະບານ ສ.ເກົາຫຼີ ຄາດຄະເນວ່າ ຈະຍົກອອກຂໍ້ສະເໜີການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ໃນອາທິດນີ້ ພາຍຫລັງບັນດາເຫດທົດລອງຍິງລູກສອນໄຟຂອງ ພຽງຢາງ. ນີ້ແມ່ນຄຳສະເໜີຢ່າງເປັນທາງການທຳອິດຈາກອຳນາດການປົກຄອງປະທານາທິບໍດີ Moon Jae-in ນັບແຕ່ເມື່ອທ່ານຂຶ້ນກຳອຳນາດ (ເດືອນ ພຶດສະພາ) ແລະ ໃຫ້ຄຳໝັ້ນສັນຍາແກ້ໄຂບັນຫາເຄັ່ງຕຶງໃນແຫຼມ ເກົາຫຼີ ໂດຍຜ່ານການເຈລະຈາ

ຂໍ້ສະເໜີເຈລະຈາແມ່ນສັນຍານສະແດງໃຫ້ເຫັນເຈດຕະນາດີຂອງ ສ.ເກົາຫຼີ ໃນການຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ແຕ່ອາດຈະ ເຈລະຈາໄດ້ຫຼືບໍ ຈະແມ່ນສິ່ງທີ່ບໍ່ງ່າຍດາຍ. ຕາມທ່ານ Suh Choo-suk ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລ້ວ, ສ.ເກົາຫຼີ ຈະສະເໜີການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ໃນວັນທີ 21 ກໍລະກົດ, ທີ່ Tongilgak ເພື່ອແນໃສ່ສະກັດກັ້ນບັນດາການກະທຳທີ່ເປັນປໍລະປັກ ເຮັດໃຫ້ຄວາມເຄັ່ງຕຶງດ້ານການທະຫານປີນຂັ້ນໄດຢູ່ເສັ້ນຂີດຂັ້ນທາງທະຫານຂອງ 2 ປະເທດ. ເຊີອູນ ສະເໜີ ພຽງຢາງ ໃຫ້ຄຳຕອບຕໍ່ຂໍ້ສະເໜີທີ່ຫາກໍ່ຮັບຮອງເອົາຜ່ານສາຍຕິດຕໍ່ສື່ສານທາງທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແຕ່ບໍ່ຊີ້ແຈ້ງໂຄງການດຳເນີນງານຂອງການເຈລະຈາ. ກ່ອນໜ້ານັ້ນ, ສປປ.ເກົາຫຼີ ຍາມໃດກໍ່ກ່າວປະນາມບັນດາການຊ້ອມຮົບຮ່ວມປະຈຳປີລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ແລະ ຖະແຫຼງວ່າຈະໂຕ້ຕອບຢ່າງແຮງ. ເດືອນ ມີນາ 2017, ຈີນ ສະເໜີ ອາເມລິກາ ແລະ ສ.ເກົາຫຼີ ຢຸດຕິບັນດາການຊ້ອມຮົບໂດຍສັນນິຖານ ແນໃສ່ເປົ້າໝາຍ ສປປ.ເກົາຫຼີ ເພື່ອແລກເອົາເລື່ອງ ພຽງຢາງ ຢຸດຕິໂຄງການນິວເຄຼຍ. ເຖິງຢ່າງໃດກໍ່ຕາມ, ວໍຊິງຕັນ ໄດ້ປະຕິເສດ ແລະ ຮຽກຮ້ອງ ພຽງຢາງ ຄວນປ່ຽນແປງທ່າທີກ່ອນ.
TAG
VOV/VOVworld/ຫລຸດຜ່ອນ/ເຄັ່ງຄຶງ/ເກົາຫຼີ
Related








