ໜ້າທີ່ພົວພັນຕ່າງປະເທດຂອງ ຫວຽດນາມ ໃນປີ 2022
04/02/2022 08:55
(VOVWORLD) - ຂະແໜງພົວພັນຕ່າງປະເທດ ຫວຽດນາມ ປີ 2021 ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຈຶ່ງບັນລຸໄດ້ບັນດາຂີດໝາຍສຳຄັນ ແລະ ໝາກຜົນທີ່ພົ້ນເດັ່ນ. ໂດຍເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຜັນຂະຫຍາຍດ້ວຍຍຸດທະສາດໃໝ່, ບົນພື້ນຖານຈາກກຳລັງຄວາມສາມາດ, ທີ່ຕັ້ງບົດບາດໃໝ່ຂອງປະເທດຊາດ ແລະ ຈາກການປ່ຽນແປງຂອງສະພາບການສາກົນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຊີ້ໃຫ້ເຫັນໜ້າທີ່ຢ່າງຈະແຈ້ງແມ່ນ “ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າຂອງວຽກງານພົວພັນຕ່າງປະເທດ” ໃນການປະຕິບັດ 3 ເປົ້າໝາຍ: “ກໍ່ສ້າງ ແລະ ຮັກສາສະພາບແວດລ້ອມ ສັນຕິພາບ, ສະຖຽນລະພາບໃຫ້ໝັ້ນຄົງ”, “ລະດົມກຳລັງຈາກພາຍນອກເພື່ອພັດທະນາປະເທດຊາດ” ແລະ “ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດ”. ເປົ້າໝາຍສູງສຸດຂອງການພົວພັນຕ່າງປະເທດແມ່ນ ຕັ້ງໜ້າປະກອບສ່ວນຢ່າງເໝາະສົມເຂົ້າໃນການປະຕິບັດ 3 ເປົ້າໝາຍພັດທະນາຍຸດທະສາດຮອດປີ 2025, 2030 ແລະ 2045 ຂອງປະເທດຊາດຢ່າງມີໄຊ.
TAG
VOV/VOVworld/ການພົວພັນຕ່າງປະເທດ/ກຳມະກອນບໍ່ຖາວອນ/ສະພາຄວາມໝັ້ນຄົງ
Related
More








