VOV WorldVOV World
ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ APEC
20/11/2020 08:57
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin, ວັນທີ 20 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 27 ຕາມຮູບການທາງອອນລາຍ. ກອງປະຊຸມ ແມ່ນການເຄື່ອນໄຫວສຳຄັນທີ່ສຸດຂອງ ສັບປະດາຂັ້ນສູງ APEC ຄັ້ງທີ 27 ດ້ວຍການເຂົ້າຮ່ວມຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ. ການເຂົ້າຮ່ວມກອງປະຊຸມ APEC ຄັ້ງທີ 27 ນີ້ ເປັນການສືບຕໍ່ຢັ້ງຢືນຄວາມຮັບຜິດຊອບ, ການເປັນເຈົ້າການ ພ້ອມທັງຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ.
ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ APEC
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມ (ພາບ:nld.com.vn) 
TAG
VOV/VOVworld/APEC/ເສດ​ຖະ​ກິດ/ອາ​ຊີ - ປາ​ຊີ​ຟິກ/ມາ​ເລ​ເຊຍ