ຫວຽດນາມ ແລະ ບັນດາຂີດໝາຍໃນບົດບາດເປັນປະທານອາຊຽນ 2020
16/11/2020 07:39
(VOVWORLD) -ຕອນບ່າຍວັນທີ 15 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງຢູ່ຮ່າໂນ້ຍ ພາຍຫຼັງໄດ້ເຮັດວຽກມາເປັນເວລາ 4 ວັນ. ບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດຄັ້ງນີ້ ພ້ອມກັບຜົນງານຂອງທັງປີ 2020 ໄດ້ຍົກໃຫ້ເຫັນນ້ຳໃຈສະໜິດຕິດພັນ, ເປັນເຈົ້າການຮັບມືຂອງຫວຽດນາມ ກໍ່ຄືບັນດາປະເທດອາຊຽນ ໃນສະພາບການໂລກມີການຜັນແປ ຍ້ອນການແກ່ງແຍ້ງທາງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫ່ຍ ກໍ່ຄືການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ 19.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ທີ່ພິທີອັດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (ພາບ: nhandan.com.vn ) ຜົນງານຂອງອາຊຽນປີ 2020 ແມ່ນຄວາມມານະພະຍາຍາມລວມຂອງທັງປະຊາຄົມອາຊຽນ ພ້ອມທັງສະແດງໃຫ້ເຫັນບົດບາດນຳພາຂອງຫວຽດນາມ ໃນຖານະຕຳແໜ່ງເປັນປະທານ. ດ້ວຍຮູບການທາງອອນລາຍ, ປີ 2020, ຫວຽດນາມ ໄດ້ຈັດຕັ້ງບັນດາກອງປະຊຸມຂັ້ນສູງ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ກອງປະຊຸມອາຊຽນ ກັບບັນດາຄູ່ຮ່ວມມືໃຫ່ຍ, ບັນດາອົງການຈັດຕັ້ງສາກົນສຳເລັດຜົນ. ພິເສດ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ສິ້ນສຸດປີປະທານຂອງຫວຽດນາມ, ມີກ່ວາ 20 ການເຄື່ອນໄຫວຂັ້ນສູງ, ຮັບຮອງເອົາ, ຮັບຮູ້, ປະກາດເອກະສານກ່ວາ 80 ສະບັບ ຊື່ງເປັນຈຳນວນຫຼາຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ.
TAG
VOV/VOVworld/ຫວຽດນາມ/ຂີດໝາຍ/ປະທານອາຊຽນ 2020/Cartlin Wiesen/
Related








