VOV WorldVOV World
ຫວຽດ​ນາມ-ເປັນ​ປະ​ເທ​ດ​ຕ​າງ​ໜ້າ​ທີ່​ດີ​ເດັ່ນ​ໃຫ້​ແກ່​ບັ​ນ​ດາ​ຄຸນ​ຄ່າ​ຂອງ UNESCO
12/10/2020 07:32
(VOVWORLD) - ນັບແຕ່ປີ 1976, ຫວຽດນາມ ໄດ້ເຂົ້າເປັນສະມາຊິກອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO). ຮອດປີ 1977, ຫວຽດນາມ ໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ເພື່ອຊຸກຍູ້ການຮ່ວມມືກັບອົງການນີ້. 44 ປີຜ່ານມາ, ຍາມໃດຫວຽດນາມ ກໍ່ມານະພຍາຍາມ ພ້ອມກັບ UNESCO ແລະ ບັນດາປະເທດສະມາຊິກ ແກ້ໄຂ ແລະ ຍົກອອກບັນດາມາດຕະການໃຫ້ແກ່ຫຼາຍບັນຫາທົ່ວໂລກທີ່ ກ່ຽວຂ້ອງເຖິງສັນຕິພາບ, ການພັດທະນາ, ການປົກປັກຮັກສາບັນດາຄຸນຄ່າດ້ານວັດທະນະທຳ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງບັນດາປະເທດ.
ຫວຽດ​ນາມ-ເປັນ​ປະ​ເທ​ດ​ຕ​າງ​ໜ້າ​ທີ່​ດີ​ເດັ່ນ​ໃຫ້​ແກ່​ບັ​ນ​ດາ​ຄຸນ​ຄ່າ​ຂອງ UNESCO
  ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ແມ່ນໜຶ່ງ ໃນຈຳນວນບັນດາອົງການວິຊາສະເພາະສຳຄັນອັນດັບໜຶ່ງຂອງ ສປຊ. UNESCO ໄດ້ກຳນົດເປົ້າໝາຍອັນສູງສົ່ງຂອງອົງການ ແມ່ນຜ່ານການຮ່ວມມືລະຫວ່າງບັນດາປະເທດໃນໂລກ ໃນບັນດາຂົງເຂດ ການສຶກສາ, ວິທະຍາສາດ, ແລະ ວັດທະນະທຳ ເພື່ອບັນລຸໄດ້ບັນດາເປົ້າໝາຍສັນຕິພາບໂລກ ແລະ ຄວາມວັດທະນະຖາວອນລວມຂອງມວນມະນຸດ.    ນັບແຕ່ເວລາເຂົ້າເປັນສະມາຊິກ UNESCO , ຫວຽດນາມ ຍາມໃດກໍ່ໄດ້ຕີລາຄາສູງບົດບາດຂອງອົງການນີ້, ສະໜັບສະໜູນຢ່າງແຮງ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືຂອງອົງການ. ທ່ານ Michael Croft ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ  
TAG
VOV/VOVworld/​ຄຸນ​ຄ່າ​/UNESCO/Michael Croft/ຄວາມສາມັກຄີ/ມໍລະດົກວັດທະນະທຳ/