ຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ເພື່ອຮັບປະກັນສິດທິມະນຸດຢ່າງຮອບດ້ານກ່ວາ
23/03/2022 08:56
(VOVWORLD) - ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງກຸ່ມຫຼັກແຫຼ່ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ຢູ່ສະພາສິດທິມະນຸດ ສປຊ ແລະ ພວມຢູ່ໃນວິວັດທະນາການອອກສະໝັກເລືອກຕັ້ງ ເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ຜ່ານການ ອອກສະໝັກເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຈະເສີມຂະຫຍາຍບົດບາດຕັ້ງໜ້າຢ່າງແຮງ, ສືບທອດ ແລະ ແຜ່ກະຈາຍຂໍ້ລິເລີ່ມ, ບູລິມະສິດ, ຊຸກຍູ້ວິທີການເຂົ້າເຖິງໂດຍ ຖືເອົາມະນຸດ, ປະຊາຊົນເປັນໃຈກາງ, ເປັນຕົ້ນແມ່ນໃນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບ ໂລກໃນປັດຈຸບັນ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: nld.com.vn )
TAG
VOV/VOVworld/ສິດທິມະນຸດ
Related
More








