ຫວຽດນາມ-ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບຍືນຍົງ
20/04/2021 06:48
(VOVWORLD) -ວັນທີ 19 ເມສາ, ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາປີ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ໄດ້ເປັນປະທານວາລະປະຊຸມເປີດຂັ້ນສູງຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວເລື່ອງ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັ້ງຕັ້ງພາກພື້ນ ເພື່ອແນໃສ່ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາ ໃນການສະກັດກັ້ນ ແລະ ແກ້ໄຂການປະທະກັນ”. ບົດກ່າວປາໄສຂອງທ່ານປະທານປະເທດ ໃນວາລະປຶກສາຫາລື ໄດ້ຍົກອອກຄວາມສຳຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈໃນການພົວພັນສາກົນ, ຢັ້ງຢືນສານທີ່ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ.

ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ເປັນປະທານວາລະປະຊຸມເປີດຂັ້ນສູງຂອງ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN ) ເລີ່ມຕົ້ນບົດກ່າວປາໄສ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ໄດ້ຢືນຢັນການສ້າງຕັ້ງ ແລະ ພັດທະນາຂອງ ສປຊ ແມ່ນສັນຍາລັກຂອງຄວາມໄວ້ເນື້ອເຊື່ອໃຈລວມຢ່າງແຮງ, ເໝາະສົມແກ່ການເຂົ້າໃນລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນຫຼາຍລະດັບ. ໂດຍໄດ້ຮັບການກຳນົດທິດຈາກຄວາມໄວ້ເນື້ອເຊື່ອໃຈນັ້ນ, ຫຼາຍອົງການໃນພາກພື້ນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕີບໂຕຢ່າງກ້າວກະໂດດຂັ້ນ. ແລະ ອາຊຽນ ແມ່ນອົງການໃນພາກພື້ນ ໄດ້ຮັບການສ້າງຂຶ້ນການເປັນປະຊາຄົມສະໜິດຕິດພັນ, ໂຄງປະກອບພາກພື້ນເປີດ, ໂປ່ງໃສ, ກວມລວມ ແລະ ອີງຕາມກົດລະບຽບ.
TAG
VOV/VOVworld/ວາລະປະຊຸມເປີດຂັ້ນສູງ/ສະພາຄວາມໝັ້ນຄົງ ສປຊ/ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ/ຢືດໝັ້ນແນວທາງການຕ່າງປະເທດ/ສັນຕິພາບຍືນຍົງ
Related
More








