ຫວຽດນາມ ມານະພະຍາຍາມຮັກສາທ່າເຕີບໂຕໃນປີ 2021
09/02/2021 06:35
(VOVWORLD) -ດ້ວຍບັນດາມາດຕະການທີ່ຂ້ຽວຂາດເພື່ອສະກັດກັ້ນໂລກລະບາດ, ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍ ແລະ ການເຊື່ອມໂຍງເຂົ້າກັບສາກົນນັ້ນ, ໃນປີ 2021, ຫວຽດນາມ ໄດ້ຮັບການຕີລາຄາວ່າ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການເຕີບໂຕເສດຖະກິດຢູ່ພາກພື້ນກໍ່ຄືທົ່ວໂລກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽຊັວນຝຸກ (ພາບ: : VGP/Quang Hiếu) ພາຍຫຼັງຜົນສຳເລັດໃນການສະກັດກັ້ນໂລກລະບາດໂຄວິດ 19, ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດ ມີລະດັບການເຕີບໂຕເສດຖະກິດເປັນບວກຢູ່ໃນພາກພື້ນ ກໍ່ຄືໃນໂລກ. ໃນໄລຍະຜ່ານມາ, ສື່ມວນຊົນໂລກ ແລະ ບັນດານັກຊ່ຽວຊານໄດ້ຢັ້ງຢືນສິ່ງດັ່ງກ່າວແລ້ວ. ໂດຍມີພື້ນຖານການເມືອງໝັ້ນຄົງ, ຫວຽດນາມ ນັບມື້ນັບໄດ້ປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ມີທີ່ຕັ້ງບົດບາດສູງໃນເວທີສາກົນ…ປັດໄຈທັງໝົດເຫຼົ່ານັ້ນ ພວມແມ່ນເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຫວຽດນາມ ສືບຕໍ່ບັນລຸໄດ້ລະດັບການເຕີບໂຕທີ່ໜ້າປະທັບໃຈ.
TAG
VOV/VOVworld/ຮັກສາທ່າເຕີບໂຕໃນປີ 2021/ຫັນເປັນດີຈີຕອນ/ໄລຍະ 2021-2025/
Related








