ຫວຽດນາມ ພ້ອມດ້ວຍບັນດາປະເທດ ອາຊຽນ ສາມັກຄີກັນແກ້ໄຂບັນດາບັນຫາໃນພາກພື້ນ
23/04/2021 08:04
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງ ພະບາດສົມເດັດພະມະຫາຊີວິດ ບຣູໄນ Darussalam Haji Hassanal Bolkiah, ປະທານ ອາຊຽນ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໊ງ ໄດ້ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ໃນລະຫວ່າງວັນທີ 23 – 24 ເມສາ. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິນຈິ໊ງ ໃນຖານະເປັນນາຍົກລັດຖະມົນຕີ, ພ້ອມທັງຢັ້ງຢືນບຸລິມະສິດຂອງ ຫວຽດນາມ ແມ່ນປັບປຸງຄວາມສາມັກຄີ, ການອູ້ມຊູຊ່ວຍເຫຼືອກັບບັນດາປະເທດສະມາຊິກ ອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍ, ຜ່ານນັ້ນ ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມສະດວກ ໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ຂອງທັງພາກພື້ນ. ການປະຕິບັດງານຄັ້ງນີ້ ກໍຢັ້ງຢືນຄຳໝັ້ນສັນຍາ, ຄວາມຮັບຜິດຊອບ, ການປະກອບສ່ວນຢ່າງເປັນເຈົ້າການ ແລະ ຕັ້ງໜ້າຂອງ ຫວຽດນາມ ສຳລັບບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ.

ທີ່ກອງປະຊຸມ, ບັນດາການນຳ ອາຊຽນ ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ ມຽນມາ, ວິວັດທະນາການສ້າງປະຊາຄົມ, ການຮັບມືກັບໂລກລະບາດໂຄວິດ - 19 ແລະ ການພົວພັນຕ່າງປະເທດຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິ໊ງ (ພາບ: baoquocte.vn)
TAG
VOV/VOVworld/ການນຳ ອາຊຽນ/ມຽນມາ/ສາມັກຄີກັນ/ແກ້ໄຂ
Related
More








