ຫວຽດນາມ ປີ 2020: ປະຕິບັດການປ້ອງກັນ, ຕ້ານໂລກລະບາດ ແລະ ພັດທະນາເສດຖະກິດ ສຳເລັດຜົນ
21/12/2020 07:36
(VOVWORLD) -ປີ 2020, ຫວຽດນາມ ໄດ້ກາຍເປັນ 1 ໃນຈຳນວນໜ້ອຍປະເທດ ທີ່ປະຕິບັດການປ້ອງກັນ, ຕ້ານໂລກລະບາດ ແລະ ພັດທະນາເສດຖະກິດ ສຳເລັດຜົນ. ນີ້ແມ່ນຂີດໝາຍທີ່ພົ້ນເດັ່ນທີ່ສຸດ, ຊື່ງສະແດງໃຫ້ເຫັນການບໍລິຫານເສດຖະກິດ ສັງຄົມ ຂອງລັດຖະບານຫວຽດນາມ ຢ່າງມີໄຫວພິບ ແລະ ບັນລຸປະສິດທິຜົນ ຕໍ່ໜ້າການຜັນແປຢ່າງກະທັນຫັນ ຂອງສະພາບການໂລກ, ອັນໄດ້ຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊາຊົນທີ່ມີຕໍ່ພັກ, ລັດ.

(ພາບປະກອບ: baochinhphu.vn ) ຈຸດພົ້ນເດັ່ນກ່ວາໝູ່ໃນປີ 2020 ຂອງຫວຽດນາມ, ນັ້ນແມ່ນ ສ້າງເສດຖະກິດ ສັງຄົມປະເທດຊາດໃຫ້ເປັນປົກກະຕິ ໃນສະພາບການເກີດໂລກລະບາດ, ທັງຮັກສາການເຕີບໂຕເປັນບວກ, ຍົກສູງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນທີ່ມີຕໍ່ພັກ, ລັດ. ລະດັບການເຕີບໂຕເສດຖະກິດທັງປີຂອງທົ່ວປະເທດ ຄາດວ່າບັນລຸກ່ວາ 2%, ຊື່ງແມ່ນລະດັບການເຕີບໂຕທີ່ຕັ້ງໜ້າ ເມື່ອທຽບກັບຫຼາຍປະເທດໃນໂລກ ແລະ ພາກພື້ນ.
TAG
VOV/VOVworld/ຫງວຽນຝູຈ້ອງ/ສຳເລັດຜົນ/ໂລກລະບາດ/ເສດຖະກິດ ສັງຄົມ
Related








