VOV WorldVOV World
ຫວຽດນາມ ໃຫ້ບຸລິມະສິດຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ການດຳລົງຊີວິດຂອງປະຊາຊົນ
31/03/2021 09:23
(VOVWORLD) - ຫວຽດນາມ ຍາມໃດກໍ່ຢຶດໝັ້ນເດີນຕາມເປົ້າໝາຍຊຸກຍູ້, ປົກປ້ອງ ແລະ ຮັບປະກັນສິດທິມະນຸດໃຫ້ປະຊາຊົນທຸກຄົນຢ່າງບໍ່ຢຸດຢັ້ງ.
ຫວຽດນາມ ໃຫ້ບຸລິມະສິດຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ການດຳລົງຊີວິດຂອງປະຊາຊົນ
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກວິໄສທັດພັດທະນາປະເທດຊາດຮອດປີ 2030, ຕາມນັ້ນແລ້ວ ກຳນົດການປ້ອງກັນຄວາມສະຫງົບໃຫ້ມະນຸດເປັນໃຈກາງ, ແມ່ນເປົ້າໝາຍສູ້ຊົນ, ຮັບປະກັນໃຫ້ການພັດທະນາດ້ານການເມືອງ, ສັງຄົມ. ເພື່ອປະຕິບັດເປົ້າໝາຍນີ້, ຫວຽດນາມ ຖືເລື່ອງສ້າງສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີກົດລະບຽບວິໄນແມ່ນໜ້າທີ່ແຖວໜ້າ, ຮັບປະກັນໃຫ້ປະຊາຊົນທຸກຄົນ ໄດ້ດຳລົງຊີວິດໃນສະພາບແວດລ້ອມແຫ່ງຄວາມປອດໄພ, ສົດໃສ. ກອງປະຊຸມອອນລາຍທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ພາບ: TTXVN         ສະພາບການໃໝ່ຂອງຄວາມໝັ້ນຄົງທົ່ວໂລກໄດ້ເຮັດໃຫ້ປ່ຽນແປງສະຕິຄວາມຮັບຮູ້ໃໝ່. ຖ້າຫາກວ່າ ກ່ອນນີ້ ການປ້ອງກັນຄວາມສະຫງົບແບບເກົ່າແມ່ນປົກປັກຮັກສາເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ແຕ່ປະຈຸບັນ ບັນດາບັນຫາປ້ອງກັນຄວາມສະຫງົບແບບໃໝ່ ໄດ້ຮັບຖືວ່າແມ່ນບັນຫາສຳຄັນແຖວໜ້າ, ໃນນັ້ນ ຍົກສູງການປົກປ້ອງຄວາມປອດໄພມະນຸດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທຸກຄົນ ຕ້ອງມີຄວາມປອດໄພ, ເສລີພາບ.
TAG
VOV/VOVworld/ບຸລິມະສິດ/ຄວາມສະຫງົບ/ຄວາມປອດໄພ/ປະຊາຊົນ