ຫວຽດນາມ ຮັບປະກັນສິດເສລີການໄປມາໃນຊ່ວງເວລາເກີດໂລກລະບາດໂຄວິດ 19
15/10/2020 11:04
(VOVWORLD) - ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19, ພັກ, ລັດຫວຽດນາມ ໄດ້, ພວມ ແລະ ຈະມານະພະຍາຍາມຮັບປະກັນສິດເສລີໃນການໄປມາໃຫ້ພົນລະເມືອງຫວຽດນາມແລະຕ່າງປະເທດຢ່າງສຸດຂີດ, ບົນພື້ນຖານດ້ານກົດໝາຍຫວຽດນາມແລະ ສາກົນ.

ວຽກງານເຂົ້າອອກເມືອງໄດ້ຮັບການປະຕິບັດຢ່າງເຂັ້ມງວດໃນຊ່ວງເວລາເກີດໂລກລະບາດໂຄວິດ 19. ພາບ: VGP News ກ່ຽວກັບດ້ານກົດໝາຍສາກົນ, ເປັນຄັ້ງທຳອິດ ສິດເສລີໃນການໄປມາໄດ້ລະບຸໄວ້ໃນມາດຕາ 13 ຖະແຫລງການສິດທິມະນຸດສາກົນ (UDHR) ປີ 1948, ຕາມນັ້ນແລ້ວ ສິດເສລີໃນການໄປມາລວມມີ: ສິດເສລີໃນການໄປມາຢູ່ພາຍໃນປະເທດ; ມີສິດອອກເມືອງ/ອົບພະຍົບຍ້າຍຖີ່ນຖານ; ສິດເຂົ້າເມືອງ/ອົບພະຍົບເຂົ້າເມືອງ. ຊາວຕ່າງປະເທດ, ຖ້າຫາກດຳລົງຊີວິດ ຫລື ມີຫນ້າຢູ່ບາງປະເທດຖືກຕ້ອງຕາມກົດໝາຍ, ມີສິດເສລີໃນການໄປມາຢູ່ໃນຂອບເຂດຜືນແຜ່ນດິນຂອງປະເທດນັ້ນ ຫາກບໍ່ຖືກສະກັດກັ້ນຫລືກີດຂວາງແບບຕາມລຳພັງ. ສິດເສລີໃນການໄປມາມີຄວາມໝາຍສຳຄັນ ເພາະມັນສ້າງປະຖົມປັດໄຈເພື່ອໃຫ້ສ່ວນບຸກຄົນຫນຶ່ງໄດ້ຊົມໃຊ້ບັນດາສິດພົນລະເຮືອນ, ການເມືອງ, ເສດຖະກິດ, ສັງຄົມແລະວັດທະນະທຳອື່ນ. ສິດເສລີໃນການໄປມາຂອງສ່ວນບຸກຄົນແມ່ນເງື່ອນໄຂເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງບັນດາປະເທດ. ສິດເສລີໃນການໄປມາແມ່ນສ່ວນຫນຶ່ງສຳຄັນຂອງການຮ່ວມມືລະຫວ່າງບັນດາປະເທດ, ເພາະວ່າ ການພົວພັນພົບປະແລກປ່ຽນກ່ຽວກັບຂໍ້ມູນຂ່າວສານ, ຄວາມຮູ້ ຈະເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນຂອງບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ສ້າງຄວາມສາມັກຄີ, ຊຸກຍູ້ສັນຕິພາບ, ບັນດາຄຸນຄ່າວັດທະນະທຳມະນຸດ ແລະຄວາມວັດທະນາຖາວອນລວມຂອງບັນດາຊາດ. ເລື່ອງຈຳກັດ ສິດເສລີໃນການໄປມາຢ່າງຜິດກົດໝາຍບໍ່ພຽງແຕ່ກໍ່ຜົນຮ້າຍເຖິງສິດທິມະນຸດຂອງບັນດາສ່ວນບຸກຄົນເທົ່ານັ້ນຫາກຍັງກີດຂວາງການພັດທະນາໃນທຸກດ້ານຂອງສັງຄົມອີກດ້ວຍ. ຍ້ອນສາຍເຫດນັ້ນ ສິດເສລີໃນການໄປມາໄດ້ຮັບການຮັບຮູ້ ແລະ ປົກປ້ອງໃນລັດຖະທຳມະນູນ ແລະ ກົດໝາຍຂອງຫລາຍປະເທດໂດຍໄວ. ຢູ່ ຫວຽດນາມ ສິດເສລີການໄປມາ ໄດ້ຮັບຮູ້ດ້ວຍຖານະແມ່ນສິດພື້ນຖານຂອງມະນຸດ, ພົນລະເມືອງ ຢູ່ໃນມາດຕາ 23 ລັດຖະທຳມະນູນປີ 2013: “ພົນລະເມືອງມີສິດເສລີໃນການໄປມາ ແລະ ພັກອາໄສຢູ່ພາຍໃນປະເທດ, ມີສິດອອກໄປຕ່າງປະເທດ ແລະ ຈາກຕ່າງປະເທດກັບມາປະເທດຊາດ”. ເນື້ອໃນນີ້ກໍ່ເໝາະສົມກັບເອກະສານກ່ຽວກັບສິດທິມະນຸດຂອງກົດໝາຍສາກົນ. ການກຳນົດກ່ຽວກັບການໄປມາ, ພັກອາໄສຂອງພົນລະເມືອງຫວຽດນາມແລະຊາວຕ່າງປະເທດ ຢູ່ຫວຽດນາມ ໄດ້ລະບຸໄວ້ໃນປະມວນກົດໝາຍວ່າດ້ວຍພົນລະເຮືອນ, ກົດໝາຍວ່າດ້ວຍສັນຊາ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການພັກອາໄສ ແລະ ບັນດາເອກະສານນິຕິກຳອື່ນທີ່ກ່ຽວຂອ້ງ. ລັດຖະບານຫວຽດນາມ ກໍ່ໄດ້ລົງນາມໃນສັນຍາ ແລະຂໍ້ຕົກລົງສອງຝ່າຍ 78 ສະບັບ ກ່ຽວກັບການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງບັນດາປະເທດ ແລະເຂດແຄ້ວນ, ສັນຍາວ່າດ້ວຍບັນຫາຊາຍແດນກັບບັນດາປະເທດບ້ານເຮືອນຄຽງ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງໄປມາ.
TAG
VOV/VOVworld/ສິດເສລີໃນການໄປມາ/ອົບພະຍົບຍ້າຍຖີ່ນຖານ
Related








