ຫວຽດນາມ ຮັດແໜ້ນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ
25/02/2019 09:05
(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພວມດໍາເນີນການຢ້ຽມຢາມສັນທະວະໄມຕີ ລາວ ຢ່າງເປັນທາງການ ແລະ ຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກໍາປູເຈຍ ຕາມຄໍາເຊີນຂອງທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ,ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ ແລະ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni. ບັນດາການຢ້ຽມຢາມດັ່ງກ່າວ ໄດ້ປະກອບສ່ວນປັບປຸງຄວາມໄວ້ວາງໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສອງປະເທດບ້ານໃກ້ເຮືອນຄຽງ.

ການຢ້ຽມຢາມ 2 ປະເທດບ້ານໃກ້ເຮືອນຄຽງໃນຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແມ່ນການຢ້ຽມຢາມຄັ້ງທໍາອິດ ໃນຖານະເປັນປະທານປະເທດ, ເພື່ອແນໃສ່ຢັ້ງຢືນການສະໜັບສະໜູນຮອບດ້ານຂອງພັກ, ລັດ, ປະຊາຊົນຫວຽດນາມ ທີ່ມີຕໍ່ພາລະກິດແຫ່່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດລາວ, ກໍຄືຊຸກຍູ້ນໍ້າໃຈສາມັກຄີ, ການຮ່ວມມືຮອບດ້ານ, ຍົກສູງປະສິດທິຜົນໃນການຮ່ວມມືກັບ ກໍາປູເຈຍ ໃນທຸກຂົງເຂດໃຫ້ດີກວ່າອີກ.
TAG
VOV/VOVworld/ບ້ານໃກ້ເຮືອນຄຽງ/ພະມະເຫສີ/ ລາວ/ກໍາປູເຈຍ/ພະບາດສົມເດັດພະບໍລົມມະນຽດ
Related







