ຫວຽດນາມ ແລະ ຄວາມມານະພະຍາຍາມຮັບປະກັນສິດທິມະນຸດຢ່າງຮອບດ້ານ
22/09/2022 10:10
(VOVWORLD) -ເຄົາລົບ, ປົກປ້ອງ, ຮັບປະກັນສິດທິມະນຸດ ແມ່ນທັດສະນະສະເໝີຕົ້ນສະເຫມີປາຍລຸລ່ວງໃນນະໂຍບາຍຂອງພັກ, ລັດ ຫວຽດນາມ. ໃນບັນດາເອກະສານສຳຄັນທີ່ສຸດ, ຍາມໃດ ຫວຽດນາມ ກໍ່ຖືມະນຸດແມ່ນພາກສ່ວນຕົ້ນຕໍ, ກຳລັງຫນູນ, ເປົ້າໝາຍໃຫ້ແກ່ການພັດທະນາ.

ພາບປະກອບ: qdnd ເປົ້າໝາຍສະເຫມີຕົ້ນສະເຫມີປາຍ ແລະ ລຸລ່ວງຂອງພັກ ແລະ ລັດ ຫວຽດນາມ ແມ່ນມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ບັນດາສິດທິມະນຸດ, ສິດພື້ນຖານຂອງພົນລະເມືອງຢ່າງຄົບຖ້ວນ. ໃນ 30 ປີຜ່ານມາ, ຫວຽດນາມ ໄດ້ມີການປ່ຽນແປງຕັ້ງຫນ້າກ່ຽວກັບດັດຊະນີການພັດທະນາມະນຸດ ແລະ ນອນໃນກຸ່ມບັນດາປະເທດມີລະດັບເຕີບໂຕສູງກວ່າໝູ່ໃນໂລກ. ຖ້າຫາກ ປີ 1990, ເມື່ອຫວຽດນາມ ຫາກໍ່ເຂົ້າຮ່ວມເຂົ້າໃນການຕີລາຄາດັດຊະນີພັດທະນາມະນຸດ, ຫວຽດນາມ ບັນລຸພຽງຢູ່ໃນລະດັບຕ່ຳແມ່ນ 0,48 ແຕ່ມາຮອດປະຈຸບັນ ຫວຽດນາມ ໄດ້ລອດເຂົ້າໃນກຸ່ມບັນດາປະເທດມີດັດຊະນີສູງ. ດ້ວຍດັດຊະນີພັດທະນາມະນຸດ (HDI) ປີ 2021 ຊື່ງໂຄງການພັດທະນາຂອງ ສປຊ (UNDP) ຫາກໍ່ປະກາດແມ່ນຢູ່ໃນຕົວເລກ 0,703, ຫວຽດນາມ ເພີ່ມ 2 ຂັ້ນເມື່ອທຽບໃສ່ປີ 2019, ຢືນອັນດັບທີ 115 ໃນຈຳນວນ 191 ປະເທດ ແລະ ເຂດແຄ້ວນ. ສາດສະດາຈານ Jonathan Pincus, ນັກຊ່ຽວຊານດ້ານເສດຖະກິດຂັ້ນສູງຂອງ UNDP ໂຄງການພັດທະນາ ສປຊ UNDP ຕີລາຄາວ່າ:
TAG
VOV/VOVworld/ຮັບປະກັນສິດທິມະນຸດ/ມວນມະນຸດ/ສົນທິສັນຍາ
Related
More








