ຫວຽດນາມ ແລະ ສະໂລວາເກຍຊຸກຍູ້ການຮ່ວມມື 2 ຝ່າຍ
18/07/2016 05:56
ວັນທີ 18/7, ທ່ານນາຍົກລັດຖະມົນຕີ ສ.ສະໂລວາເກຍ Robert Fico ໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ວັນທີ 18/7, ທ່ານນາຍົກລັດຖະມົນຕີ ສ.ສະໂລວາເກຍ Robert Fico ໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ ສ.ສະໂລວາເກຍ Robert Fico ແລະ ໄດ້ຮັບການດຳເນີນພາຍຫຼັງທີ່ທ່ານໄດ້ຮັບການເລືອກຕັ້ງຄືນໃໝ່ເມື່ອເດືອນ 3. ການຢ້ຽມຢາມຫວຽດນາມຂອງ ທ່ານນາຍົກລັດຖະມົນຕີ ສ.ສະໂລວາເກຍ Robert Fico ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ພ້ອມກັນນັ້ນ ກໍເປັນການຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆ, ພິເສດແມ່ນເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ ແລະ ກໍ່ສ້າງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ ນາຍົກລັດຖະມົນຕີ ສ.ສະໂລວາເກຍ Robert Fico ປະຈຸບັນ, ສະໂລວາເກຍແມ່ນສະມາຊິກຂອງສະຫະພາບເອີລົບ EU, ອົງການ NATO ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ OECD . ນັບແຕ່ວັນທີ 1/7/2016 ສະໂລວາເກຍໄດ້ຮັບໜ້າທີ່ເປັນປະທານໝູນວຽນຂອງສະພາ EU . ຫວຽດນາມ ແລະ ສະໂລວາເກຍໄດ້ຖະແຫຼງສືບທອດບັນດາສາຍພົວພັນລະຫວ່າງຫວຽດນາມ ແລະ ເຊັກໂກເມື່ອກ່ອນນີ້ ແລະ ຖືເອົາວັນທີ 2/2/1950 ແມ່ນວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ປີ 2015, ຫວຽດນາມ ແລະ ສະໂລວາເກຍໄດ້ພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງການພົວພັນທາງການທູດ.
TAG
vovworld/ການພົວພັນ/ຮ່ວມມື
Related
More








