ຫວຽດນາມ - ອີຢູ ພ້ອມກັນຮ່ວມມືເພື່ອໃຫ້ສັນຍາການຄ້າເສລີບັນລຸຜົນສຳເລັດໂດຍໄວ
15/09/2017 07:49
(VOVWORLD) - ສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ພວມຢູ່ໃນໄລຍະສຸດທ້າຍຂອງການກວດກາດ້ານນິຕິກຳ ເພື່ອອາດສາມາດໃຫ້ສັດຕະຍາບັນໃນຕົ້ນປີ 2018 ຈະມາເຖິງ.

ປະຈຸບັນ, ທັງ 2 ຝ່າຍພວມມານະພະຍາຍາມຍູ້ໄວຄວາມຄືບໜ້າໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ເພື່ອອາດສາມາດໃຫ້ສັດຕະຍາບັນສັນຍາ ເຊິ່ງທັງ 2 ຝ່າຍໄດ້ສິ້ນສຸດການເຈລະຈາແຕ່ເດືອນ ທັນວາ ປີ 2015. ບົດຂຽນ “ຫວຽດນາມ - ອີຢູ ພ້ອມກັນຮ່ວມມືເພື່ອໃຫ້ສັນຍາການຄ້າເສລີບັນລຸຜົນສຳເລັດໂດຍໄວ” ຂອງນັກຂ່າວ VOV. ຫວຽດນາມ ແລະ ສະຫະພາບ ເອີລົບ ໄດ້ເຊັນຖະແຫຼງການກ່ຽວກັບການສິ້ນສຸດການເຈລະຈາສັນຍາການຄ້າເສລີ (FTA) ໃນເດືອນ ທັນວາປີ 2015 ຢ່າງເປັນທາງການ. ໄປຄຽງຄູ່ກັບສັນຍາແມ່ກ່ຽວກັບການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານທີ່ໄດ້ນຳເຂົ້າປະຕິບັດໃນປີ 2016 ນັ້ນ, ເລື່ອງ 2 ຝ່າຍລົງນາມໃນ EVFTA ໃນໄລຍະຈະມາເຖິງຈະເປັນຂີດໝາຍສຳຄັນ, ນຳການພົວພັນລະຫວ່າງ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່.
TAG
VOV/VOVworld/ສັນຍາການຄ້າເສລີ
Related








