ຫວຽດນາມ ກຽມພ້ອມໃຫ້ໄລຍະເຊື່ອມໂຍງໃໝ່
11/02/2019 08:53
(VOVWORLD) -ປີ 2019 ແມ່ນປີທໍາອິດ ທີ່ຫວຽດນາມ ຜັນຂະຫຍາຍຄໍາສັ່ງຂອງຄະນະເລຂາສູນກາງພັກກອມມູນິດຫວຽດນາມ ກ່ຽວກັບການຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຂົ້າສູ່ລວງເລິກ, ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຍົກອອກບັນດາຂໍ້ລິເລີ່ມ, ຂໍ້ສະເໜີແນະເພື່ອຕອບສະໜອງໄດ້ຕາມຄວາມສົນໃຈລວມຂອງບັນດາປະເທດ ແລະ ເໝາະສົມກັບຜົນປະໂຫຍດ ຂອງຫວຽດນາມ. ດ້ວຍບັນດາຜົນງານໃນການພົວພັນຕ່າງປະເທດ ທີ່ບັນລຸໄດ້ໃນປີ 2018, ດ້ວຍທ່າໄດ້ປຽບ ແລະ ກໍາລັງແຮງຂອງປະເທດໃນປັດຈຸບັນ, ຫວຽດນາມ ກຽມພ້ອມໃຫ້ແກ່ໄລຍະບຸກທະລຸໃໝ່, ຢັ້ງຢືນທີ່ຕັ້ງບົດບາດໃນບັນດາບັນຫາທົ່ວໂລກ.

ປີ 2019, ຫວຽດນາມ ສືບຕໍ່ເປັນເຈົົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍ. ນີ້ບໍ່ແມ່ນສິ່ງທີ່ງ່່າຍດາຍ ເພາະວ່າ ບັນດາຂໍ້ລິເລີ່ມ, ຂໍ້ສະເໜີ ທີ່ຍົກອອກມານັ້ນ ຕ້ອງຕອບສະໜອງໄດ້ຕາມບັນດາຄວາມມຸ່ງມາດປາດຖະໜາລວມ, ຄວາມສົນໃຈລວມຂອງບັນດາປະເທດ ແລະ ເໝາະສົມກັບຜົນປະໂຫຍດຂອງປະເທດຊາດ.
TAG
VOV/VOVworld/ພົວພັນຕ່າງປະເທດຫຼາຍຝ່າຍ/ໃຫຍ່ໂຕໂອຖົງ/ເຊື່ອມໂຍງ/ເຊື່ອມຊຶມແນວຄິດ
Related







