ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍຄວບຄູ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ພັດທະນາເສດຖະກິດ-ສັງຄົມ
20/10/2020 08:01
(VOVWORLD) - ລັດຖະບານຫວຽດນາມ ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ຕັດສິນໃຈບັນລຸໄດ້ເປົ້າໝາຍ “ຄວບຄູ່” ແມ່ນທັງຄວບຄຸມ, ຈຳກັດໂລກລະບາດໂຄວິດ- 19, ທັງຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 . ພາບ: VOV ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງຄືດັ່ງກ່າວເມື່ອສະເໜີບົດລາຍງານໝາກຜົນຕັ້ງໜ້າໃນແຜນການພັດທະນາເສດຖະກິດ-ສັງຄົມປີ 2020 ແລະ 5 ປິໄລຍະ 2016 – 2020; ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມປີ 2021, ເປົ້າໝາຍຕົ້ນຕໍ ແລະ ບາງໜ້າທີ່, ມາດຕະການແກ້ໄຂການພັດທະນາເສດຖະກິດ-ສັງຄົມໄລຍະ 2021 – 2025 ທີ່ວາລະໄຂກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ເຊິ່ງດຳເນີນໃນຕອນເຊົ້າວັນທີ 20 ຕຸລາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ເຖິງວ່າຖືກຜົນສະທ້ອນຢ່າງໃຫຍ່ຫຼວງຈາກໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ຫວຽດນາມ ກໍ່ບັນລຸໄດ້ຜົນສຳເລັດໃນວຽກງານປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດ ແລະ ຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ, ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ, ສືບຕໍ່ຮັກສາທ່າເຕີບໂຕ, ຮັບປະກັນການຊ່ວຍໜູນສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຄືດັ່ງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ຂໍ້ສັງເກດວ່າ, ບໍ່ມີຍາມໃດທີ່ປະເທດຫວຽດນາມ ມີຄວາມໝັ້ນຄົງ, ກຳລັງຄວາມສາມາດບົ່ມຊ້ອນ ແລະ ອິດທິພົນຊື່ສຽງຕໍ່ສາກົນຄືໃນປະຈຸບັນ.
TAG
VOV/VOVworld/ປັບປຸງ/ຍົກສູງຂຶ້ນ/ເສດຖະກິດ/ສັງຄົມ
Related








