VOV WorldVOV World
ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2020 ໃຫ້ສຳເລັດ
04/11/2020 08:12
(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 ໄດ້ສະຫງວນເວລາ 3 ວັນ (ແຕ່ວັນທີ 3-5 ພະຈິກ) ເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມປີ 2020, ແຜນການປີ 2021, ເປົ້າໝາຍ ແລະ ບາງໜ້າທີ່, ມາດຕະການພັດທະນາເສດຖະກິດ-ສັງຄົມໄລຍະປີ 2021 – 2025.
ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2020 ໃຫ້ສຳເລັດ
 ປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມປີ 2020, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາໝາກຜົນແຫ່ງການປະຕິບັດເປົ້າໝາຍຄວບຄູ່ຂອງ ຫວຽດນາມ (ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ການພັດທະນາເສດຖະກິດ) ແມ່ນເປັນໜ້າຊື່ນຊົມທີ່ສຸດ. ຄາດວ່າ ລະດັບການເຕີບໂຕເປັນບວກໃນປີ 2020 ແມ່ນຕົວເລກທີ່ເປັນໜ້າປະທັບໃຈ ໃນສະພາບການພິເສດຂອງປີເກີດພະຍາດ ໂຄວິດ -19.   ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 (ພາບ: quochoi.vn )          ປີ 2020 ແມ່ນປີຫຍຸ້ງຍາກມາກມ່ຍກ່າຍກອງມ ເມື່ອ ຫວຽດນາມ ໄດ້ຮັບຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ-19 ພ້ອມກັບໄພພິບັດທຳມະຊາດທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍ່ຕາມ, ດ້ວຍການຊີ້ນຳຢ່າງທັນການ, ຂ້ຽວຂາດຂອງສະພາແຫ່ງຊາດ ແລະ ລັດຖະບານ, ປະຈຸບັນພື້ນຖານເສດຖະກິດ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ, ໄດ້ຮັບການຮັບຮູ້ຈາກສາກົນ.        
TAG
VOV/VOVworld/ຫວຽດນາມ/ເປົ້າໝາຍ/ພັດທະນາເສດຖະກິດ/ສັງຄົມ