VOV WorldVOV World
ຫວຽດນາມ ມຸ່ງໄປເຖິງການດຶງດູດແຫຼ່ງທຶນ FDI ທີ່ມີຄຸນນະພາບສູງ
04/10/2018 09:22
(VOVWORLD) -ນະໂຍບາຍເປີດປະຕູດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຂອງຫວຽດນາມ ແມ່ນ ໜຶ່ງໃນບັນດາການຕັດສິນທີ່ຖືກຕ້ອງ, ຊັດເຈນ ແລະທັນການ, ອັນໄດ້ເຮັດໃຫ້ປ່ຽນແປງພື້ນຖານເສດຖະກິດຂອງປະເທດຊາດ. ສະພາບການຕົວຈິງຂອງການດຶງດູດການລົງທຶນ FDI ໄດ້ສະແດງໃຫ້ເຫັນວ່າ ຂົງເຂດດັ່່ງກ່າວນັບມື້ນັບມີທີ່ຕັ້ງສໍາຄັນ ແລະ ມີການປະກອບສ່ວນຫຼາຍກວ່າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ໃນສະພາບການລະດົມບັນດາແຫຼ່ງທຶນຈາກພາຍນອກຄື ແຫຼ່ງທຶນ ODA ພວມຄ່ອຍໆຫຼຸດລົງ, ແຫຼ່ງເງິນລົງທຶນໂດຍທາງອ້ອມ ທີ່ບໍ່ທັນເປັນປົກກະຕິນັ້ນ ໃນໄລຍະຈະມາເຖິງ, FDI ຈະສືບຕໍ່ສວມບົດບາດສໍາຄັນສໍາລັບການພັດທະນາຂອງຫວຽດນາມ.
ຫວຽດນາມ ມຸ່ງໄປເຖິງການດຶງດູດແຫຼ່ງທຶນ FDI ທີ່ມີຄຸນນະພາບສູງ
(ພາບປະກອບ: Anh Tu) 
TAG
VOV/VOVworld/ຄວບຄຸມເຕັກໂນໂລຢີ/FDI/ທ່າອ່ຽງ