VOV WorldVOV World
ຫວຽດນາມ ຍາມໃດກໍ່ຮັບປະກັນສິດຂອງຊາວຊົນເຜົ່າສ່ວນຫນ້ອຍ
07/12/2023 06:00
(VOVWORLD) -ຫວຽດນາມ ຫາກໍ່ປ້ອງກັນສຳເລັດບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດສົນທິສັນຍາສາກົນວ່າດ້ວຍການລົບລ້າງການຈຳແນກປະພຶດເຊື້ອຊາດເຜົ່າພັນດ້ວຍທຸກຮູບການ(CERD)ຄັ້ງທີ 5 ທີ່ກອງປະຊຸມເທຶ່ອທີ 111 ຂອງຄະນະກຳມະການສົນທິສັນຍາ ຢູ່ ເຊີແນວ ປະເທດສະວິດ (29-30/11) ພິເສດແມ່ນເລື່ອງຮັບປະກັນສິດຂອງບັນດາຊົນເຜົ່າສ່ວນຫນ້ອຍ ຄື: ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ.. ໝາກຜົນນີ້ ອີກຄັ້ງຫນຶ່ງໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ລົງທຶນຢ່າງມີປະສິດທິຜົນຂອງພັກ, ລັດ ຫວຽດນາມ ສຳລັບເຂດຊົນເຜົ່າສ່ວນຫນ້ອຍ, ຮັບປະກັນບັນດາສິດ ແລະຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ.
ຫວຽດນາມ ຍາມໃດກໍ່ຮັບປະກັນສິດຂອງຊາວຊົນເຜົ່າສ່ວນຫນ້ອຍ
ບັນດາຄູນຄ່າວັດທະນະທຳຂອງຊາວຊົນເຜົ່າສ່ວນຫນ້ອຍ ໄດ້ຮັບການເອົາໃຈໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍ. ພາບ: baodantoc.vn ສິດຂອງຊາວຊົນເຜົ່າສ່ວນຫນ້ອຍ ແມ່ນຫນຶ່ງໃນບັນດາສິດພື້ນຖານຂອງມະນຸດ ໂດຍບັນດາເອກະສານນິຕິກຳສາກົນໄດ້ລະບຸໄວ້ ແລະຈັດເຂົ້າໃນໝວດບັນດາສິດພົນລະເຮືອນ -ການເມືອງ, ແມ່ນສິດພື້ນຖານ ຊື່ງບັນດາໝວດຊົນເຜົ່າສ່ວນຫນ້ອຍຢູ່ທຸກປະເທດໄດ້ຊົມໃຊ້. ສົນທິສັນຍາສາກົນ ກ່ຽວກັບການລົບລ້າງທຸກຮູບການຈຳແນກປະພຶດເຊື້ອຊາດເຜົ່າພັນ (CERD) ແມ່ນຫນຶ່ງໃນ 9 ສົນທິສັນຍາສາກົນພື້ນຖານ ຂອງ ສະຫະປະຊາຊາດກ່ຽວກັບສິດທິມະນຸດ. ຢູ່ ຫວຽດນາມ ບັນດາສິດພື້ນຖານຂອງຊາວຊົນເຜົ່າສ່ວນຫນ້ອຍ ລ້ວນແຕ່ໄດ້ຮັບການເຄົາລົບ, ແລະ ປະຕິບັດຢ່າງເປັນລະບົບ.
TAG
VOV/VOVworld/ຄອບ​ຄົວ​ທຸກ​ຍາກ/ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ/​ເອ​ກະ​ສານ​ນິ​ຕິ​ກຳ