VOV WorldVOV World
ຫວຽດນາມ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ
17/10/2018 09:07
(VOVWORLD) - ການປັບປຸງ ແລະ ສ້າງການຫັນປ່ຽນຢ່າງແຮງບັນດາຕົວເລກຄາດໝາຍກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດໂດຍພື້ນຖານ ແມ່ນໜຶ່ງໃນບັນດາມາດຕະການຂອງລັດຖະບານ ຫວຽດນາມ ເພື່ອປະຕິບັດສຳເລັດຄາດໝາຍ, ໜ້າທີ່ຂອງແຜນການພັດທະນາເສດຖະກິດ - ສັງຄົມ 2018.
ຫວຽດນາມ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ
ຈາກການກຳນົດທິດນີ້, ບັນດາມາດຕະການຈະຖືກຂະຫຍາຍປະຕິບັດໃນໄລຍະຈະມາເຖິງ. ປະຊາຄົມສາກົນກໍ່ຮັບຮູ້ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິຮູບ, ສ້າງບັນດາປັດໄຈການເຕີບໂຕໄລຍະຍາວ. ເຖິງຢ່າງໃດກໍ່ຕາມ, ຍັງມີບັນຫາທີ່ຍັງຄົງຄ້າງເພື່ອຮັບປະກັບການພັດທະນາຢ່າງຕໍ່ເນື່ອງ ແລະ ຍືນຍົງ.   ທ່ານ Justin Wood ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ ຂອງ WEF (ພາບ: ອິນເຕີແນັດ)        ເວທີປາໄສເສດຖະກິດໂລກ (WEF) ຕີລາຄາວ່າ ຫວຽດນາມ ມີຄວາມຄືບໜ້າດີພໍສົມຄວນໃນຂົງເຂດເຕັກໂນໂລຊີ ແລະ ຕະຫລາດແຮງງານມີປະສິດທິຜົນ. ໃນຂະນະນັ້ນ, ນັກຊ່ຽວຊານຫລາຍຄົນໄດ້ຮັບຮູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນພວມຕັ້ງໜ້າປະຕິບັດບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ.
TAG
VOV/VOVworld/ກຳລັງຄວາມສາມາດແກ່ງແຍ້ງ/ອຸດ​ສາ​ຫະ​ກຳ 4.0