VOV WorldVOV World
ຫວຽດນາມ ປະກອບສ່ວນເຂົ້າໃນການເຊື່ອມຕໍ່ພ້ອມກັບ G20
05/07/2017 06:07
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ແຕ່ວັນທີ 05 – 08 ກໍລະກົດ.
ຫວຽດນາມ ປະກອບສ່ວນເຂົ້າໃນການເຊື່ອມຕໍ່ພ້ອມກັບ G20
ການຢ້ຽມຢາມ ບໍ່ພຽງແຕ່ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢຍລະມັນ ເວົ້າສະເພາະ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ເວົ້າລວມ, ພັດທະນາໃນທຸກຂົງເຂດຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກເທົ່ານັ້ນ,  ຫາກຍັງແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມປະກອບຄຳເຫັນ, ສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳພ້ອມກັບ G20 ດ້ວຍຖານະເປັນປະເທດເຈົ້າພາບ APEC 2017 ອີກດ້ວຍ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ          ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ສາທາລະນະລັດສະຫະພັນ ເຢຍລະມັນ ໃນສະພາວະການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ພວມພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ; ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ພັດທະນາອັນດີງາມ. ປະຈຸບັນ 10 ປະເທດສະມາຊິກ G20 ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ 02 ປະເທດສະມາຊິກມີການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ.
TAG
VOV/VOVworld/ຫວຽດ​ນາມ/ເຢຍ​ລະ​ມັນ/ເຊື່ອມ​ຕໍ່