VOV WorldVOV World
ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອສັນຕິພາບ, ການພັດທະນາ
09/12/2020 08:21
(VOVWORLD) - ບັນດາການປະກອບສ່ວນຂອງຫວຽດນາມ ຢູ່ບັນດາກົນໄກຮ່ວມມືພາກພື້ນໃນໄລຍະຜ່ານມາ ໄດ້ຢັ້ງຢືນຈິດໃຈເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ສຳລັບການຮ່ວມມືພາກພື້ນ.
ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອສັນຕິພາບ, ການພັດທະນາ
ວັນທີ 9 ທັນວາ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ 3 ກອງປະຊຸມສຸດຍອດ: ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳສາມສາຍ: Ayeyawady - Chao Phraya – Mekong (ACMECS 9), ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ- ລາວ- ມຽນມາ- ຫວຽດນາມ ຄັ້ງທີ 10 (CLMV 10) ແລະ ກອງປະຊຸມສຸດຍອດເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ- ຫວຽດນາມ ຄັ້ງທີ 11 (CLV 11). ເລື່ອງ ທ່ານນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ 3 ກອງປະຊຸມຮ່ວມມືສຳຄັນນີ້ ສືບຕໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມໃນການເຊື່ອມຕໍ່ກັບບັນດາສະມາຊິກ, ສະເຫນີບັນດາມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.   ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳສາມສາຍ:  Ayeyawady - Chao Phraya – Mekong (ພາບ: VGP) ບັນດາກອງປະຊຸມດັ່ງກ່າວລ້ວນແຕ່ໄດ້ຮັບການຈັດຕັ້ງຕາມຮູບການອອນລາຍ, ສຸມໃສ່ສຳຫລວດກວດຄືນສະພາບການຮ່ວມມືຂອງບັນດາກົນໄກໃນສອງປີຜ່ານມາ ແລະ ທິດທາງການຮ່ວມມືໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີບັນດາບົດກ່າວປາໄສສຳຄັນທີ່ກອງປະຊຸມ, ຢັ້ງຢືນຄວາມໝາຍສຳຄັນຂອງບັນດາກົນໄກຮ່ວມມືນີ້ໃນການຮັດແຄບໄລຍະຫ່າງຂອງການພັດທະນາ, ກໍ່ສ້າງປະຊາຄົມອາຊຽນ.
TAG
VOV/VOVworld/ຫວຽດນາມ/ສັນຕິພາບ/ການພັດທະນາ