ຫວຽດນາມ ສືບຕໍ່ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ
27/10/2017 05:29
(VOVWORLD) - ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການພັດທະນາເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ. ສສຊ ຮັບຮູ້ວ່າ ລັດຖະບານ ໄດ້ບໍລິຫານພື້ນຖານເສດຖະກິດບົນພື້ນຖານວາງອອກຄາດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິແມ່ນວຽກງານແຖວໜ້າ, ສ້າງພື້ນຖານໃຫ້ແກ່ໄລຍະຕໍ່ໄປ ຕາມການເຕີບໂຕແບບຍືນຍົງ. ບົດຂຽນ “ຫວຽດນາມ ສືບຕໍ່ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ” ຂອງນັກຂ່າວ ງອັກແອງ.

ພາບປະກອບ ຕາມບົດລາຍງານຂອງລັດຖະບານແລ້ວ, ທັງ 13 ຄາດໝາຍຂອງປີ 2017 ໃນມະຕິເຊິ່ງສະພາແຫ່ງຊາດໄດ້ວາງອອກ ຄາດຄະເນວ່າຈະບັນລຸ ແລະ ລື່ນກາຍເມື່ອທຽບໃສ່ແຜນການວາງອອກ. ໃນນັ້ນ, ເປັນໜ້າສົນໃຈແມ່ນ: ລະດັບເພີ່ມຍອດວົງເງິນສົ່ງອອກແມ່ນ 14,4%; ລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ແມ່ນ 6,7%; ລະດັບເພີ່ມດັດຊະນີລາຄາໃຊ້ສອຍ (CPI) ສະເລ່ຍປະມານ 4%. ເສດຖະກິດ ຫວຽດນາມ ພວມມີຫຼາຍຈຸດເດັ່ນນັບທັງຂົງເຂດການຜະລິດ ແລະ ການສົ່ງອອກ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລັກສະນະແກ່ງແຍ້ງຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ. ນີ້ແມ່ນປະຖົມປັດໄຈຢ່າງໝັ້ນຄົງ, ສ້າງທ່າພັດທະນາເສດຖະກິດ - ສັງຄົມ ໃນຊຸມປີຕໍ່ໄປ.
TAG
VOV/VOVworld/ເສດຖະກິດມະຫາພາກ
Related








