VOV WorldVOV World
ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນສະມາຊິກທີ່ຕັ້ງໜ້າໃນການຮ່ວມມືແມ່ຂອງ - ຍີ່ປຸ່ນ
08/10/2018 08:55
(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມຍີ່ປຸ່ນ ໃນລະຫວ່າງວັນທີ 07 – 10 ຕຸລາ. ນີ້ແມ່ນເຫດການສຳຄັນ, ໄດ້ຮັບຄວາມຫວັງວ່າຈະສ້າງຂີດໝາຍໃໝ່ໃນກົນໄກຮ່ວມມືແມ່ຂອງ - ຍີປຸ່ນ, ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ, ປາດຖະໜາຢາກສວມບົດບາດຕັ້ງໜ້າໃນກົນໄກຮ່ວມມືດັ່ງກ່າວ ກໍຄືພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນສູ່ລະດັບສູງໃໝ່.
ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນສະມາຊິກທີ່ຕັ້ງໜ້າໃນການຮ່ວມມືແມ່ຂອງ - ຍີ່ປຸ່ນ
 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
TAG
VOV/VOVworld/​ສິ່ງ​ແວດ​ລ້ອມ/ການຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ