VOV WorldVOV World
ຫວຽດນາມ ຖືເປັນສຳຄັນເລື່ອງຮັບໃຊ້ມະນຸດເພື່ອເປັນເປົ້າໝາຍໃຫ້ແກ່ທຸກການເຄື່ອນໄຫວ
29/09/2022 07:00
(VOVWORLD) -ເອົາໃຈໃສ່ ເບິ່ງແຍງພົນລະເມືອງເກືອບ 100 ລ້ານຄົນໃຫ້ມີຄວາມອີ່ມໜຳສຳລານສົມບູນພູນສຸກ, ມີປະຊາທິປະໄຕ, ຊີວິດສະຫງົບສຸກປອດໄພ ບໍ່
ຫວຽດນາມ ຖືເປັນສຳຄັນເລື່ອງຮັບໃຊ້ມະນຸດເພື່ອເປັນເປົ້າໝາຍໃຫ້ແກ່ທຸກການເຄື່ອນໄຫວ
ທ່ານນາງ Caitlin Wiesen, ຫົວຫນ້າອົງການ UNDP ປະຈຳຫວຽດນາມ. (ພາບ:VGP) ໃນ 2 ປີຜ່ານມາ, ບັນດາວິກິດການຄື: ໂລກລະບາດໂຄວິດ 19 ແລະ ການປະທະກັນ ຢູ່ຢູແກຼນ ໄດ້ສົ່ງຜົນກະທົບຮ້າຍແຮງເຖິງປະຊາຊົນນັບຕື້ຄົນໃນໂລກ ນຳມາເຊິ່ງການປ່ຽນແປງເສດຖະກິດ ສັງຄົມຢ່າງເລິກເຊິ່ງ. ຕາມການຄິດໄລ່ຂອງ UNDP, ເປັນຄັ້ງທຳອິດ ພາຍຫລັງ 32 ປີ, ດັດຊະນີ HDI ລວມມີ ດັດຊະນີສຸຂະພາບ, ການສຶກສາ ແລະ ລະດັບຄ່າຄອງຊີບຂອງປະເທດຫນຶ່ງ ໄດ້ຫລຸດລົງໃນທົ່ວໂລກໃນ 2 ປີຕໍ່ເນື່ອງ. ສິ່ງນີ້ພວມໄປຝືນກັບຄວາມຄືບຫນ້າຂອງການມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ. ມີກວ່າ 90% ບັນດາປະເທດຮັບຮູ້ລະດັບຫລຸດຜ່ອນດັດຊະນີ HDI ໃນປີ 2020 ແລະ 2021. ເຖິງຢ່າງໃດກໍຕາມ ຢູ່ ຫວຽດນາມ ດັດຊະນີພັດທະນາມະນຸດ ແມ່ນເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງຈັດອັນດັບທົ່ວໂລກ ຕາມບົດລາຍງານການພັດທະນາມະນຸດທົ່ວໂລກປີ 2021/2022 ຂອງ UNDP ທີ່ຫາກໍ່ປະກາດຫວ່າງແລ້ວນີ້. ຕາມການຕີລາຄາຂອງບົດລາຍງານແລ້ວ, ຫວຽດນາມ ໄດ້ພະຍາຍາມຮັກສາການເຕີບໂຕເສດຖະກິດໃນຊຸມປີທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19. ທ່ານນາງ Caitlin Wiesen ຫົວຫນ້າອົງການ UNDP ປະຈຳຫວຽດນາມ ຖືວ່າ: ຫວຽດນາມ ບັນລຸໄດ້ໝາກຜົນນີ້ກໍ່ຍ້ອນສິດທິມະນຸດຍາມໃດກໍ່ແມ່ນບັນຫາຈຸດສຸມໃນວິວັດການພັດທະນາຢູ່ ຫວຽດນາມ. “ ພວກຂ້າພະເຈົ້າຕີລາຄາສູງ ຫວຽດນາມ ໃນໄລຍະ 2 ປີທີ່ ເກີດໂລກລະບາດໂຄວິດ 19, ລັດຖະບານ ຫວຽດນາມ ໄດ້ວາງອອກຂໍ້ກຳນົດໃຫມ່ກ່ຽວກັບມາດຖານທຸກຍາກຫລາຍແບບ , ສ້າງເງື່ອນໄຂໃຫ້ປະຊາຊົນເກືອບ 8 ລ້ານຄົນສາມາດໄດ້ຊົມໃຊ້ຜົນປະໂຫຍດຈາກນະໂຍບາຍສັງຄົມ . ອີກຂົງເຂດຫນຶ່ງກໍ່ເປັນຫນ້າຊົມເຊີຍ ນັ້ນແມ່ນ ນະໂຍບາຍອຸປະກະລະສັງຄົມ , ບ້ວງເງິນຫນູນຊ່ວຍຊີວິດສັງຄົມໂດຍລັດຖະບານຫນູນຊ່ວຍ . ສິ່ງນີ້ແມ່ນມີຄວາມໝາຍສຳລັບຜູ້ມີຄວາມສ່ຽງຖືກຜົນກະທົບ ” . ນັກຊ່ຽວຊານຕ່າງປະເທດຫລາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ: ໃນສະພາບຫລາຍປະເທດໃນໂລກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດ, ແຕ່ຢູ່ ຫວຽດນາມ ສະຖຽນລະພາບດ້ານການເມືອງຍາມໃດກໍ່ໄດ້ຮັບການຮັກສາຢ່າງໝັ້ນທ່ຽງ. ລັດຖະບານ ໄດ້ສຸມໃສ່ປະຕິບັດບັນດາມາດຕະການຫລຸດຜ່ອນການກະທົບຈາກໂລກລະບາດສຳລັບພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ຄົບຊຸດ, ຮັກສາ ແລະ ຟື້ນຕົວການຜະລິດດຳເນີນທຸລະກິດ, ຮັບປະກັນວຽກເຮັດງານທຳ, ຫນູນຊ່ວຍຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນຜູ້ມີຄວາມສ່ຽງ ດ້ວຍທິດນຳ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ. ທ່ານນາງ Prava Samataray, ເລຂາທິການ ຄະນະກຳມະການສາມັກຄີ ອິນເດຍ - ຫວຽດນາມ, ລັດ Bengal ຕາເວັນຕົກ ອິນເດຍ ຖືວ່າ:  “ ຄ ວາມ ຜິດ ດ່ຽງ ສັງ ຄົມ ແລະ ຊ່ອງ ຫວ່າງ ຄວາມ ຮັ່ງ ມີ ທຸກ ຍາກ ໃນ ການ ພັດ ທະ ນາ ເມື່ອ ໝາກ ຜົນ ຂອງ ການ ພັດ ທະ ນາ ແຫ່ງ ຊາດ ພຽງ ແຕ່ ແມ່ນ ຂຶ້ນ ກັບ ບາງພາກ ສ່ວນຂອງ ສັງ ຄົມນັ້ນ ຈະ ສ້າງ ຄວາມ ຜິດ ດ່ຽງ ແລະ ຊ່ອງ ຫວ່າງ ໃນ ສັງ ຄົມ . ແຕ່ ວ່າ ຢູ່ ຫວຽດ ນາມ ແມ່ນ ແຕກ ຕ່າງ . ນະ ໂຍ ບາຍ ຂອງ ຫວຽດ ນາມ ຖື ມະ ນຸດ ເປັນ ໃຈ ກາງ . ໃນຕົວ ຈິງ ຫວຽດ ນາມ ໄດ້ ປະ ຕິ ບັດສັງ ຄົມ ນິ ຍົມ ຕາມ ການ ກຳ ນົດ ທິດ ການ ຕະ ຫລາດ ໂດຍ ມີ ການ ເຂົ້າ ຮ່ວມ ຂອງ ໝົດ ທຸກ ຄົນ ເຂົ້າ ໃນ ວິ ວັດ ການ ພັດ ທະ ນາ ” . ຕາມການສຳຫລວດ Expat Insider 2022 ຂອງອົງການ InterNations ປະຕິບັດຫວ່າງແລ້ວນີ້ ຊີ້ໃຫ້ເຫັນວ່າ: 84% ຊາວຕ່າງປະເທດມີຄວາມເພິ່ງພໍໃຈຕໍ່ກັບຊີວິດຂອງເຂົາເຈົ້າຢູ່ ຫວຽດນາມ. ຫວຽດນາມ ຢືນອັບດັບທີ 7 ໃນຈຳນວນ 10 ປະເທດທີ່ຫນ້າດຳລົງຊີວິດກວ່າໝູ່ໃນໂລກສຳລັບຊາວຕ່າງປະເທດໃນປີ 2022 ແລະ ຊາວຕ່າງປະເທດຫລາຍໆຄົນຍັງສືບຕໍ່ຈະເລືອກເຟັ້ນ ຫວຽດນາມ ແມ່ນບ່ອນດຳລົງຊີວິດໃນໄລຍະຍາວຂອງເຂົາເຈົ້າ. ກ່ອນຫນ້ານັ້ນ ບົດລາຍງານຄວາມຜາສຸກຂອງໂລກປີ 2022 ໂດຍປະຕິບັດຢູ່ ກວ່າ 150 ປະເທດໃນໂລກ, ຫວຽດນາມ ກໍ່ເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງຈັດອັນດັບ. ສິ່ງນີ້ແມ່ນໝາກຜົນພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດມີຄວາມປອດໄພ, ທຸກຄົນຮ່ວມດຳລົງຊີວິດໃນຄວາມສະຫງົບສຸກ. ທ່ານ Saadi Salami, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳຫວຽດນາມ ແບ່ງປັນວ່າ:  “ ໂດຍ ແມ່ນ ຊາວ ຕ່າງ ປະ ເທດ ໃນ ຈຳ ນວນ ຫ ນ້ອຍ ຄົນ ທີ່ ດຳ ລົງ ຊີ ວິດ ຢູ່ ຫວຽດ ນາມ ແລະ ຕິ ດ ຕາມ ບາດ ກ້າວ ພັດ ທະ ນາ ຂອງ ຫວຽດ ນາມ ໃນ ຫລາຍ ປີ ແຕ່ ປີ 1980 ມາ ຮອດ ປະ ຈຸ ບັນ ຂ້າ ພະ ເຈົ້າ ສາ ມາດຢັ້ງ ຢືນ ກັບ ເພື່ອນ ມິດ ຕ່າງ ປະ ເທດ ທຸກ ຄົນ ແລະ ເພື່ອນ ຫວຽດ ນາມ ວ່າ : ຫວຽດ ນາມ ມີ ບາດ ກ້າວ ພັດ ທະ ນາ ທີ່ ຫ ນ້າ ປະ ທັບ ໃຈ . ຈາກ ປະ ເທດ ທຸກ ຍາກ ຕ້ອງ ນຳ ເຂົ້າ ສະ ບຽງ ອາ ຫານ,   ປະ ຈຸ ບັນ ຫວຽດ ນາມ ພວມ ກາຍ ເປັນ ປະ ເທດ ປະ ກອບ ສ່ວນ ໃຫ້ ແກ່ ການ ຄ້ຳ ປະ ກັນ ສະ ບຽງ ອາ ຫານ ໂລກ . ຫວຽດ ນາມ ກາຍ ເປັນ ປະ ເທດ ໄດ້ ຮັບ ຄວາມ ສົນ ໃຈ ຂອງ ຫລາຍ ປະ ເທດ ໃນ ໂລກ . ສິ່ງນີ້ ແມ່ນ ອີງ ໃສ່ ຫລາຍ ປັດ ໄຈ ແຕ່ ສຳ ຄັນ ນັ້ ນ ແມ່ນ ຫວຽດ ນາມ ກຳ ນົດ ໄດ້ ທິດ ກ້າວ ເດີນ ສະ ເພາະ . ນັ້ນ ແມ່ນ ເປົ້າ ໝາຍ ສ້າງ ພື້ນ ຖານ ເສດ ຖະ ກິດ ຮັບ ໃຊ້ ໃຫ້ ຜົນ ປະ ໂຫຍດ ຂອງ ທົ່ວ ປວງ ຊົນ ” . ທັດສະນະສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ແມ່ນຖືມະນຸດ ທັງແມ່ນເປົ້າໝາຍ ທັງແມ່ນກຳລັງຫນູນຂອງການພັດທະນາ ແລະ ຄວາມກ້າວຫນ້າສັງຄົມ. ການເຕີບໂຕເສດຖະກິດ ດ້ວຍບັນດາບັນຫາສັງຄົມລ້ວນແຕ່ຕິດພັນກັບມະນຸດ, ຖືມະນຸດເປັນໃຈກາງ, ມະນຸດໄດ້ຊົມໃຊ້ຄວາມຜາສຸກ ຈາກບັນດາຜົນງານດ້ານເສດຖະກິດນຳມາໃຫ້. ສິ່ງນີ້ ສືບຕໍ່ຢັ້ງຢືນທາດແທ້ອັນດີງາມຂອງລະບົບການເມືອງ ຊື່ງ ຫວຽດນາມ ພວມສ້າງ, ໂດຍໄດ້ຮັບການເຫັນດີເຫັນພ້ອມ, ສະຫນັບສະຫນູນຈາກປະຊາຄົມສາກົນ.
TAG
VOV/VOVworld/ດັດຊະນີພັດທະນາມະນຸດ/ສິດທິມະນຸດ/ໂລກລະບາດ

More