VOV WorldVOV World
ຫວຽດນາມຕັດສິນໃຈພ້ອມກັບອາຊຽນຫັນປະຊາຄົມໃຫ້ປະກົດຜົນເປັນຈິງ
04/01/2019 07:28
(VOVWORLD) -ປະຊາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະຈຸບັນ ໄດ້ຜ່ານໄປກວ່າເຄິ່ງສັດຕະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ. ໃນກວ່າ 50 ປີນັ້ນ, ອາຊຽນ ບັນລຸໄດ້ຜົນງານຫລາຍຢ່າງ, ນຳມາໃຫ້ບັນດາປະເທດສະມາຊິກບັນດາຜົນປະໂຫຍດອັນໃຫຍ່ຫລວງຂອງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອການພັດທະນາ, ເຂດຮ່ວມມືທີ່ເປີດກວ້າງ ນັ້ນໄດ້ເຕົ້າໂຮມບັນດາປະເທດມະຫາອຳນາດຢູ່ພາຍໃນ ແລະ ຕ່າງປະເທດເກືອບທັງໝົດ. ໃນການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງນັ້ນ, ຫວຽດນາມ ມີຄວາມເອກອ້າງທະນົງໃຈໄດ້ມີການປະກອບສ່ວນບໍ່ແມ່ນຫນ້ອຍ ແລະ ປະຈຸບັນ ດ້ວຍແນວທາງການຕ່າງປະເທດເປີດກວ້າງ, ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ເປົ້າໝາຍສ້າງປະຊາຄົມອາຊຽນທົ່ວໂລກ ແລະ ປະຕິບັດວິໄສທັດ ອາຊຽນ ຮອດປີ 2025 ສຳເລັດຜົນ.
ຫວຽດນາມຕັດສິນໃຈພ້ອມກັບອາຊຽນຫັນປະຊາຄົມໃຫ້ປະກົດຜົນເປັນຈິງ
ປີ 2018 ແມ່ນປີທຳອິດ ທີ່ອາຊຽນ ກ້າວເຂົ້າສູ່ໄລຍະທາງໃຫມ່ ພາຍຫລັງ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ອາຊຽນ ບັນລຸໄດ້ບັນດາຜົນງານເປັນຫນ້າເອກອ້າງທະນົງໃຈ, ຢືນຢັນທີ່ຕັ້ງບົດບາດຂອງອົງການຫນຶ່ງທີ່ເຂັ້ມແຂງ,  ຮ່ວມສຳພັນຢ່າງເລິກເຊິ່ງກວ້າງຂວາງ ແລະ ແມ່ນຄູ່ຮ່ວມມືທີ່ຂາດບໍ່ໄດ້ຂອງບັນດາປະເທດໃນໂລກ.
TAG
VOV/VOVworld/ປະທານອາຊຽນ/ໝັ້ນຄົງເຂັ້ມແຂງ