ຫວຽດນາມຕັ້ງໜ້າເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ
09/09/2016 11:26
ມາຮອດປະຈຸບັນ, ຫວຽດນາມໄດ້ຈັດສົ່ງພະນັກງານ 12 ເທື່ອຄົນໄປປະຕິບັດໜ້າທີ່ໃນ 2 ຄະນະປະຕິບັດງານຢູ່ ຊູດານໃຕ້ ແລະ ສ.ອາຟະລິກາກາງ
ພາຍຫຼັງ 2 ປີແຫ່ງການປະຕິບັດໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ, ມາຮອດປະຈຸບັນ, ຫວຽດນາມໄດ້ຈັດສົ່ງພະນັກງານ 12 ເທື່ອຄົນໄປປະຕິບັດໜ້າທີ່ໃນ 2 ຄະນະປະຕິບັດງານຢູ່ ຊູດານໃຕ້ ແລະ ສ.ອາຟະລິກາກາງ. ຈຳນວນທະຫານນີ້ ສືບຕໍ່ໄດ້ຮັບການເພີ່ມເຕີມໃນໄລຍະທີ່ຈະມາເຖິງ. ເປັນອັນວ່າ ຫວຽດນາມໄດ້ ແລະ ພວມຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ບໍ່ພຽງແຕ່ດ້ວຍຄຳໝັ້ນສັນຍາເທົ່ານັ້ນ, ຫາກຍັງມີການກະທຳໂດຍລະອຽດ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມບົນເວທີສາກົນ. ພັນໂທ ໝາກດຶກຈ້ອງ ແບ່ງປັນບົດຮຽນກັບພະນັກງານກະກຽມເດີນທາງເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ມີຄວາມໝັ້ນຄົງທາງດ້ານຄຸນທາດການເມືອງ, ເປັນເຈົ້າການ, ບໍ່ທໍ້ຖອຍໃຈຕໍ່ຄວາມຫຍຸ້ງຍາກທຸກຢ່າງເພື່ອເຮັດສຳເລັດໜ້າທີ່ ຍາມໃດກໍແມ່ນເປົ້າໝາຍຂອງບັນດານາຍທະຫານຫວຽດນາມເມື່ອເດີນທາງຮັບໜ້າທີ່ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.
TAG
vovworld/ສະຫະປະຊາຊາດ
Related
More








