ຫວຽດນາມມານະພະຍາຍາມແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ
04/04/2016 10:44
ຫວຽດນາມແມ່ນໜຶ່ງໃນບັນດາປະເທດມີເນື້ອທີ່ດິນຖືກມົນລະພິດຢ່າງຫຼວງຫຼາຍທິ່ສຸດຍ້ອນລູກລະເບີດຝັງດິນ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງກວ່າໝູ່ໃນໂລກ
ຫວຽດນາມແມ່ນໜຶ່ງໃນບັນດາປະເທດມີເນື້ອທີ່ດິນຖືກມົນລະພິດຢ່າງຫຼວງຫຼາຍທິ່ສຸດຍ້ອນລູກລະເບີດຝັງດິນ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງກວ່າໝູ່ໃນໂລກ. ທົ່ວປະເທດໄດ້ມີ 4 ໝື່ນຄົນເສຍຊີວິດ ແລະ ກວ່າ 6 ໝື່ນຄົນໄດ້ຮັບບາດເຈັບຍ້ອນລູກລະເບີດກໍ່ຂຶ້ນ ນັບຕັ້ງແຕ່ປີ 1972 ມາຮອດປະຈຸບັນ. ຫວຽດນາມໄດ້ ແລະ ພວມຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ ແລະ ໜູນຊ່ວຍຜູ້ຮັບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກ. ແຕ່ລະປີ, ຫວຽດນາມຍັງຄົງສະຫງວນເງິນ 1 ພັນຕື້ກວ່າດົງເພື່ອປະຕິບັດວຽກງານເກັບກູ້ລະເບີດຍັງບໍ່ທັນແຕກ (baomoi.com) ຕາມໝາກຜົນຂອງໂຄງການ “ ສຳຫຼວດ, ສ້າງແຜນທີ່ກ່ຽວກັບເນື້ອທີ່ດິນມົນລະພິດຍ້ອນລູກລະເບີດຍັງບໍ່ທັນແຕກໃນຂອບເຂດທົ່ວປະເທດ ”, ຍອດເນື້ອທີ່ດິນມົນລະພິດ ແລະ ສົງໄສມົນລະພິດຍ້ອນລູກລະເບີດ, ວັດຖຸລະເບີດຍັງບໍ່ທັນແຕກ ແມ່ນປະມານ 6,8 ລ້ານແຮັກຕາ, ກວມກວ່າ 20% ຍ້ອນເນື້ອທີ່ດິນໃນທົ່ວປະເທດຫວຽດນາມ. ຈຳນວນລູກລະເບີດ, ວັດຖຸລະເບີດຍັງບໍ່ທັນແຕກແມ່ນຍັງມີຢູ່ບັນດາແຂວງ, ນະຄອນທັງໝົດໃນທົ່ວປະເທດ, ໃນນັ້ນ ຫຼາຍກ່ວາໝູ່ແມ່ນຢູ່ບັນດາແຂວງທາງພາກກາງຫວຽດນາມ. ຄາດຄະເນວ່າ ນັບແຕ່ປີ 1975 ມາຮອດປະຈຸບັນ, ລູກລະເບີດທີ່ຖືກຕົກຄ້າງໃນສົງຄາມໄດ້ເຮັດໃຫ້ ກວ່າ 4 ໝື່ນຄົນເສຍຊີວິດ ແລະ ກວ່າ 6 ໝື່ນຄົນໄດ້ຮັບບາດເຈັບ.
TAG
vovworld/ລະເບີດຍັງບໍ່ທັນແຕກ
Related
More








