VOV WorldVOV World
ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາເປົ້າໝາຍທົ່ວໂລກ
24/09/2015 11:57
ວັນ​ທີ 24/9, ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ​ໄດ້​ນໍາໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໄປ​ເຖິງນິວ​ຢອກ (ອາ​ເມລິ​ກາ​) ເພື່ອ​ເຂົ້າຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ ​ສ.​ປ.​ຊ ​ຮັບ​ຮອງ​ເອົາໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ
ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາເປົ້າໝາຍທົ່ວໂລກ
ວັນ​ທີ 24/9, ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ​ໄດ້​ນໍາໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໄປ​ເຖິງນິວ​ຢອກ (ອາ​ເມລິ​ກາ​) ເພື່ອ​ເຂົ້າຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ ​ສ.​ປ.​ຊ ​ຮັບ​ຮອງ​ເອົາໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ​. ເລື່ອງທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ​ເຂົ້າ​ຮ່ວມ​ ແລະ ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ນັບ​ຕັ້ງ​ແຕ່​ພາຍຫຼັງກອງ​ປະ​ຊຸມ​ສຸດ​ຍອດ​ປີ 2000 ​ຮັບ​ຮອງ​ເອົາບັນ​ດາ​ເປົ້າ​ຫມາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ​ ໄດ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າການ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າໃນບັນ​ດາ​ບັນ​ຫາທົ່ວ​ໂລກຂອງ​ຫວຽດ​ນາມ​.     ສຳ​ນັກງານອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຕັ້ງ​ຢູ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ      ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມຄັ້ງ​ນີ້, ​ມີ​ປະ​ມຸກ​ລັດ ​ແລະ​ຜູ້​ນໍາ​ລັດ​ຖະ​ບານຂອງ​ປະ​ເທດ​ຕ່າງໆ​ເກືອບ 170 ທ່ານ​. ການ​ນໍາ​​ບັນ​ດາ​ປະ​ເທດ​​ຈະ​ຮັບ​ຮອງໂຄງ​ການ​ດຳ​ເນີນ​ງານທົ່ວ​ໂລກ​ໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​​, ​ສ້າງ​ຂອບ​ເຂດ ​ແລະກຳ​ນົດ​ທິດ​ຍຸດ​ທະ​ສາດ​ກ່ຽວ​ກັບການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ​. ເອ​ກະ​ສານ​ກອງ​ປະ​ຊຸມທີ່​ຈະ​​ຮັບ​ຮອງ​ເອົານັ້ນ ລວມ​ມີ 17 ເປົ້າ​ຫມາຍ ​ແລະ 169 ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​. ນີ້​ແມ່ນ​ຫມາກ​ຜົນ​ຂອງ​ການ​ເຈລະ​ຈາ​ຢ່າງ​ຕັ້ງ​ໜ້າຂອງບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ ​ສ​ປ​ຊ ໃນ 2 ປີ​ທີ່​ຜ່ານ​ມາ​, ຊຶ່ງໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ສາ​ມາດ​ຕ​ອບ​ສະ​ໜອງ​ຄວາມ​ສົນ​ໃຈ ​ແລະ ​ຜົນ​ປະ​ໂຫຍດ​ຂອງ​ທຸກໆປະ​ເທດ, ໂດຍ​ສະ​ເພາະ​ແມ່ນບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.    
TAG
vovworld/ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ

More