ຫວຽດນາມສຸມໃສ່ລົງທຶນເພື່ອປົວແປງສະມັດທະພາບການອອກແຮງງານ
20/02/2016 07:24
ໃນສະພາວະທີ່ຫວຽດນາມເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນໃນປີ 2016 ນັ້ນ, ບັນຫາສະມັດທະພາບການອອກແຮງງານໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ແລະ ທົ່ວສັງຄົມ

ໃນສະພາວະທີ່ຫວຽດນາມເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນໃນປີ 2016 ນັ້ນ, ບັນຫາສະມັດທະພາບການອອກແຮງງານໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ແລະ ທົ່ວສັງຄົມຍ້ອນການສົ່ງຜົນກະທົບທີ່ສຳຄັນເຖິງຄວາມສາມາດແກ່ງແຍ້ງລະດັບຊາດ ແລະ ລະດັບຄອງຊີບຂອງປະຊາຊົນ. ເພື່ອປົວແປງສະມັດທະພາບການອອກແຮງງານ, ຫວຽດນາມໄດ້ສຸມໃສ່ລົງທຶນທາງດ້ານທຶນຮອນ, ວິທະຍາສາດ, ເຕັກໂນໂລຢີ ແລະ ມະນຸດ. ຫວຽດນາມສຸມໃສ່ລົງທຶນເພື່ອປົວແປງສະມັດທະພາບການອອກແຮງງານ ນັບແຕ່ປີ 2000 ມາຮອດປະຈຸບັນ, ສະມັດທະພາບການອອກແຮງງານຢູ່ຫວຽດນາມໄດ້ຮັບການປົວແປງຫຼາຍພໍສົມຄວນ, ເພີ່ມຂຶ້ນກວ່າ 3%/ປີ, ແຂງແຮງທີ່ສຸດແມ່ນຢູ່ໃນຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງ. ລະດັບຄວາມຜິດໂຕນກັນທາງດ້ານສະມັດທະພາບການອອກແຮງງານຂອງຫວຽດນາມເມືອ່ທຽບໃສ່ບັນດາປະເທດໃນພາກພື້ນອາຊຽນພວມຖືກຮັດແຄບເທື່ອລະກ້າວ. ແຕ່ລະດັບຄວາມຜິດໂຕນກັນທາງດ້ານສະມັດທະພາບການອອກແຮງງານຂອງຫວຽດນາມເມືອ່ທຽບໃສ່ບັນດາປະເທດພັດທະນາແມ່ນຍັງຫຼາຍຢູ່.
TAG
vovworld/ອອກແຮງງານ
Related
More








