VOV WorldVOV World
ຫວຽດນາມສູ້ຊົນປະຕິບັດເປົ້າໝາຍພັດທະນາ ເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ
21/03/2016 11:25
ທີ່ວາ​ລະ​ໄຂກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໃນ​ຕອນ​ເຊົ້າ​ວັນ​ທີ 21/3, ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ
ຫວຽດນາມສູ້ຊົນປະຕິບັດເປົ້າໝາຍພັດທະນາ ເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ
ທີ່ວາ​ລະ​ໄຂກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໃນ​ຕອນ​ເຊົ້າ​ວັນ​ທີ 21/3, ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ​ກ່​ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ໃນ​ນັ້ນ ມີ​ແຜນ​ການ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມໄລ​ຍະ 5 ປີ 2016-2020. ແຜນ​ການ​ວາງ​ອອກ​ບັນ​ດາ​ເປົ້າ​ໝາຍ​ສັງ​ລວມ ແລະ ຍົກອອກ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ປະ​ຕິ​ບັດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ຊຶ່ງ​ຈະ​ໄດ້​ຮັບ​ການ​ປະ​ກອບ​ຄຳ​ເຫັນ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກ່ອນ​ທີ່​ສະ​ພາ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ເທື່ອນີ້. ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ​ກ່​ຽວ​ກັບ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ          ແຜນ​ການ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມໄລ​ຍະ 5 ປີ 2016-2020   ໄດ້ວາງ​ອອກ​ບັນ​ດາ​ເປົ້າ​ໝາຍ​ສັງ​ລວມ ນັ້ນ​ແມ່ນ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບໝັ້ນ​ທຽງທາງ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ສູ້​ຊົນ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ເສ​ດຖະ​ກິດ​ສູງກວ່າ 5 ປີ​ກ່ອນນີ້. ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ສະ​ມັດ​ທະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ. ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ແລະ ຜຶນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຍ​ົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ.        ທາງ​ດ້ານ​ເສດ​ຖະ​ກິດ, ລະ​ດັບ​ການ​ເຕີບ​ໂຕ​ເສ​ດຖະ​ກິດ GDP ຄິດ​ສະ​ເລ່ຍ 5 ປີ​ບັນ​ລຸ 6,5-7%/ປີ. ຮອດ​ປີ 2020 GDP ຄິດ​ສະ​ເລ່ຍໃສ່​ຫົວ​ຄົນ​ແມ່ນ​ປະ​ມານ 3.200 ຫາ 3.500 USD . ອັດ​ຕາ​ສ່ວນ​ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການໃນ GDP ບັນ​ລຸກວ່າ 85%. ອັດ​ຕາ​ແຮງ​ງານ​ຜ່ານ​ການບ​ຳ​ລຸງ​ສ້າງ​ບັນ​ລຸ​ປະ​ມານ 65-70%. ອັດ​ຕາ​ການ​ຊົມ​ໃຊ້​ປະ​ກັນ​ສຸ​ຂະ​ພາບ​ບັນ​ລຸ​ປະ​ມານ 80% ຈຳ​ນວນ​ພົນ​ລະ​ເມືອງ.      
TAG
vovworld/ເສດ​ຖະ​ກິດ/ສັງ​ຄົມ

More