ຫວຽດນາມຮ່ວມເດີນທາງພ້ອມກັບອາຊຽນໃນໄລຍະໃໝ່
08/08/2016 11:08
ວັນທີ 8/8, ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼືອາຊຽນໄດ້ຈັດຕັ້ງສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງຂອງຕົນ (ວັນທີ 8/8/1967- 8/8/2016)

ວັນທີ 8/8, ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼືອາຊຽນໄດ້ຈັດຕັ້ງສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງຂອງຕົນ (ວັນທີ 8/8/1967- 8/8/2016). ໂດຍຜ່ານເກືອບ 5 ທົດສະວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ອາຊຽນໃນວັນນີ້ໄດ້ກາຍເປັນປະຊາຄົມລວມ, ໃນນັ້ນຖືເອົາເສດຖະກິດເປັນເສົາຄ້ຳ, ດ້ວຍເປົ້າໝາຍນຳອາຊຽນກາຍເປັນພາກພື້ນພັດທະນາເສດຖະກິດທີ່ຂະຫຍັ່ນຂັ່ນເຄື່ອນ ແລະ ວັດທະນາຖາອອນ. ໂດຍການເປັນສະມາຊິກອາຊຽນເປັນເວລາ 21 ປີ, ຫວຽດນາມພວມມານະພະຍາຍາມພ້ອມກັບປະຊາຄົມອາຊຽນກ້າວເຂົ້າສູ່ໄລຍະໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງກວ່າ. ຈາກຈຳນວນ 5 ປະເທດພາຄີໃນເບື້ອງຕົ້ນ, ພາຍຫຼັງ 49 ປີ, ອາຊຽນໄດ້ກາຍເປັນພາກພື້ນທີ່ໄດ້ເຊື່ອມຈອດລະຫວ່າງ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ພ້ອມກັນກໍ່ສ້າງປະຊາຄົມ ແລະ ສ້າງຄວາມເຊື່ອໝັ້ນຕໍ່ກັນ. ຜ່ານ 49 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ໜຶ່ງໃນບັນດາຂີດໝາຍທີ່ເປັນໜ້າຈົດຈຳຂອງອົງການນີ້, ນັ້ນແມ່ນການສ້າງຕັ້ງປະຊາຄົມອາຊຽນເມື່ອທ້າຍປີ 2015 ຊຶ່ງລວມທັງບັນດາເປົ້າໝາຍຈຸດສຸມ ນັ້ນແມ່ນລະດັບຮ່ວມສຳພັນດ້ານເສດຖະກິດໃຫ້ແຂງແຮງກວ່າ, ເສີມຂະຫຍາຍບົດບາດເປັນແກ່ນກາງຂອງອາຊຽນໃນສະພາວະທີ່ນັບມື້ນັບສັບສົນ ແລະ ມີບັນດາການໜູນຊ່ວຍຂອງບັນດາປະເທດໃຫຍ່.
TAG
vovwold/ອາຊຽນ/ປະຊາຄົມ
Related
More








