VOV WorldVOV World
ອີ​ຢູ​ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຢູ່​ ມະ​ຫາ​ສະຫ​ມຸດ​ອິນ​ເດຍ-ປາ​ຊີ​ຟິກ
04/05/2021 07:34
(VOVWORLD) -ໃນທ້າຍອາທິດຜ່ານມາ, ລັດຖະມົນຕີການຕ່າງປະເທດ 27 ປະເທດສະມາຊິກ ສະຫະພາບເອີລົບ (ອີຢູ) ໄດ້ຮັບຮອງເອົາ ”ຍຸດທະສາດຮ່ວມມືຂອງອີຢູ ຢູ່ພາກພື້ນ ມະຫາສະຫມຸດອິນເດຍ-ປາຊີຟິກ” ຊື່ງຖືກຖືວ່າ ຈະຊ່ວຍຊຸກຍູ້ການສຳຜັດຂອງອີຢູ ຢູ່ ມະຫາສະມຸດອິນເດຍ-ປາຊີຟິກ ກ່ວາອີກ, ໂດຍສະເພາະແມ່ນສຳລັບບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນນີ້.
ອີ​ຢູ​ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຢູ່​ ມະ​ຫາ​ສະຫ​ມຸດ​ອິນ​ເດຍ-ປາ​ຊີ​ຟິກ
  ອີຢູ ພວມສະແດງຄວາມປາດຖະໜາເພີ່ມຜົນສະທ້ອນຢູ່ ມະຫາສະຫມຸດອິນເດຍ-ປາຊີຟິກ (ພາບ: UM )     ບັນດາຂົງເຂດການຮ່ວມມືໄດ້ຮັບການເຕື້ອງເຖິງໃນຍຸດທະສາດນີ້ລວມມີ ການຄ້າ ແລະ ການລົງທຶນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສິດເສລີພາບໃນການເດີນເຮືອ, ການປະຕິບັດກົດໝາຍສາກົນ. ນອກຈາກນັ້ນແລ້ວ, ຍຸດທະສາດຍັງເນັ້ນໜັກເຖິງການສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືໃນພາກພື້ນກ່ຽວກັບດ້ານຄວາມປ້ອງກັນຊາດ ປ້ອງກັນຄວາທສະຫງົບ, ໃນນັ້ນມີການແກ້ໄຂບັນດາບັນດາຫາຄວາມໝັ້ນຄົງໃນການເດີນເຮືອ, ໃຫ້ຂ່າວຜິດເຂວ, ການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ.
TAG
VOV/VOVworld/ອີ​ຢູ​/​ ມະ​ຫາ​ສະ​ຫ​ມຸດ​ອິນ​ເດຍ-ປາ​ຊີ​ຟິກ/ປັບປຸງບົດບາດ/ສູນກາງພູມສາດການເມືອງ/ຍຸດທະສາດໃໝ່ຂອງອີຢູ/

More