ອີຢູເຫັນດີເປັນເອກະພາບວາງບັນດາບາດກ້າວທຳອິດຫຼັງເຫດການ Brexit
28/06/2016 06:55
ຂໍ້ຕົກລົງ “ຖອນອອກ“ ຂອງຊາວ ອັງກິດໃນວັນທີ 23/6 ຜ່ານມາ ອາດໄດ້ຮັບຖືວ່າແມ່ນ ບາດລ້ຽວປະຫວັດສາດຂອງທະວີບນີ້. ການອອກຈາກ ອີຢູຂອງ ອັງກິດ, ເຊິ່ງແມ່ນສະມາຊິກສຳຄັນໃນ ອີຢູນັ້ນ, ໄດ້ ແລະ ພວມວາງອອກບັນດາການທ້າທາຍໃຫຍ່ທີ່ສຸດໃນກຸ່ມ, ນາບຂູ່ຢ່າງຮ້າຍແຮງເຖິງບັນດາຄວາມມານະພະຍາຍາມເຊື່ອມໂຍງຕໍ່ໄປ.

(vovworld) - ວັນທີ 28/6, ຢູ່ Brussel, ປະເທດ ແບນຊິກ, ສະຫະພາບເອີລົບ (ອີຢູ) ຈັດຕັ້ງວາລະປະຊຸມຄົບຄະນະພິເສດແນໃສ່ຮັບຮອງເອົາມະຕິກ່ຽວກັບບັນດາລະບຽບການເພື່ອໃຫ້ ອັງກິດຖອນອອກຈາກ ອີຢູ (ຫຼືເອີ້ນວ່າ Brexit). ໂດຍດຳເນີນກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອີຢູ, ວາລະປະຊຸມດ່ວນນີ້ ເພື່ອແນໃສ່ວາງອອກບັນດາບາດກ້າວທີ່ຈຳເປັນຂອງ ອີຢູໃນຕໍ່ໜ້າ, ເພືອຮັບປະກັນໃຫ້ກຸ່ມນີ້ບໍ່ຕົກເຂົ້າສູ່ສະພາບວິກິດການ.
TAG
vov/vovworld/ກອງປະຊຸມສຸດຍອດ/ອີຢູ
Related
More








