ການປັບປຸງການພົວພັນລະຫວ່າງ ອາເມລິກາ - ຈີນ ແມ່ນຍາກທີ່ຈະບັນລຸໄດ້ບາດກ້າວບຸກທະລຸ
19/03/2021 07:44
(VOVWORLD) - ວັນທີ 18 ມີນາ, ບັນດາເຈົ້າໜ້າທີ່ການທູດແຖວໜ້າຂອງ ອາເມລິກາ ແລະ ຈີນ ໄດ້ມີການພົບປະສອງຝ່າຍຄັ້ງທຳອິດ ພາຍໃຕ້ສະໄໝຂອງທ່ານປະທານາທິບໍດີ ອາເມລິກາ Joe Biden. ເຖິງວ່າສອງຝ່າຍ ຕ່າງກໍສະແດງໃຫ້ເຫັນວ່າ ມີເຈດຕະນາດີ ແຕ່ຄວາມແຕກຕ່າງກັນແມ່ນຍັງໃຫຍ່ຫຼວງທີ່ສຸດ. ດັ່ງນັ້ນ, ຍາກທີ່ຈະບັນລຸບາດກ້າວບຸກທະລຸໃນການພົວພັນລະຫວ່າງສອງປະເທດມະຫາອຳນາດຈາກການພົບປະຄັ້ງນີ້.

ວັນທີ 18 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ມີການພົບປະກັບທ່ານ ຢ໊າງເຈຍຊື - ນັກການທູດແຖວໜ້າຂອງ ຈີນ ແລະ ທ່ານ ຫວາງອີ໊ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຢູ່ Alaska. ການພົບປະດັ່ງກ່າວຖືກດຳເນີນໃນສະພາບການທີ່ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຍັງສືບຕໍ່ຢູ່ໃນສະພາບທີ່ເຄັ່ງຕຶງໃນຫຼາຍດ້ານ, ຈາກບັນດາບັນຫາລະອຽດອ່ອນ ຄື ຊິນຈຽງ, ຮົ່ງກົງ (ຈີນ) ຕະຫຼອດຮອດບັນຫາຄວາມໝັ້ນຄົງໃນການເດີນເຮືອ ແລະ ນະໂຍບາຍເສດຖະກິດ.
TAG
VOV/VOVworld/ອາເມລິກາ/ຈີນ/ເຈລະຈາ/ບຸກທະລຸ
Related








