ກາລະໂອກາດທີ່ບອບບາງໃນການຟື້ນຟູຂໍ້ຕົກລົງນິວເຄຼຍ ລະຫວ່າງ ອີຣານ ກັບບັນດາປະເທດມະຫາອຳນາດ
13/04/2021 08:52
(VOVWORLD) - ນັບແຕ່ວັນທີ 6 ຫາວັນທີ 9 ເມສາ, ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ, ຄະນະກຳມະການປະສົມກ່ຽວກັບແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ໄດ້ເລີ່ມເຊື່ອມຕໍ່ການເຈລະຈາ ເພື່ອແນໃສ່ກອບກູ້ຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015 ລະຫວ່າງ ອີຣານ ແລະ ບັນດາປະເທດມະຫາອຳນາດ. ເຖິງຢ່າງໃດກໍຕາມ, ການຟື້ນຟູຂໍ້ຕົກລົງດັ່ງກ່າວຄືນໃໝ່ ບໍ່ແມ່ນເລື່ອງທີ່ບັນລຸໄດ້ໃນບຶດໜຶ່ງຍາມດຽວ ຍ້ອນວ່າຕ້ອງມີເຈດຕະນາດີ ແລະ ການປະນິປະນອມຈາກຫຼາຍຝ່າຍ.

ຕັ້ງໜ້າ ແລະ ຖືກທິດ ແມ່ນຂໍ້ສັງເກດລວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ພາຍຫຼັງການພົບປະຢູ່ ວຽນ ກ່ຽວກັບບັນຫານິວເຄຼຍ ຂອງ ອີຣານ ໃນ 3 ປີ ຜ່ານມາ. ສະພາບການໃໝ່ນີ້ໄດ້ເປີດຄວາມຫວັງແກ່ການຟື້ນຟູຂໍ້ຕົກລົງນິວເຄຼຍສະບັບປະຫວັດສາດ ເຊິ່ງບັນດາຝ່າຍໄດ້ລົງນາມເມື່ອປີ 2015.
TAG
VOV/VOVworld/JCPOA/ອີຣານ/ອາເມລິກາ/ມະຫາອຳນາດ/ຂໍ້ຕົກລົງນິວເຄຼຍ ອີຣານ
Related
More








