ກາລະໂອກາດ ແລະ ສິ່ງທ້າທາຍ ຈາກກະແສຟອງຊາວອົບພະຍົບເຂົ້າເມືອງເອີລົບ
01/10/2015 09:07
ເອີລົບພວມປະເຊີນໜ້າກັບກະແສຟອງຊາວອົບພະຍົບທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍທົດສະວັດທີ່ຜ່ານມາ. ເອີລົບຈະນັບມື້ນັບຂາດສະຖຽນລະພາບ ແລະ ຖືກສູນເສຍທາງດ້ານສີສັນຂອງຕົນ

ເອີລົບພວມປະເຊີນໜ້າກັບກະແສຟອງຊາວອົບພະຍົບທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍທົດສະວັດທີ່ຜ່ານມາ. ເອີລົບຈະນັບມື້ນັບຂາດສະຖຽນລະພາບ ແລະ ຖືກສູນເສຍທາງດ້ານສີສັນຂອງຕົນ, ນັ້ນແມ່ນບັນດາຂໍ້ສັງເກດທີ່ຖືກເຕື້ອງເຖິງຢ່າງຫຼວງຫຼາຍໃນໄລຍະມໍ່ໆມານີ້. ແຕ່ເມື່ອບໍ່ດົນມານີ້, ບັນດາຜູ້ຊ່ຽວຊານດ້ານເສດຖະກິດ ພັດຍັກອອກທັດສະນະທີ່ກົງກັນຂ້າມ ໂດຍຖືວ່າ ພ້ອມກັບບັນດາສິ່ງທ້າທາຍນັ້ນ, ຊາວອົບພະຍົບກໍມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພື້ນຖານເສດຖະກິດຂອງບັນດາປະເທດຮັບ ຊາວອົບພະຍົບເຂົ້າເມືອງ, ຊ້ຳບໍໜຳຍັງຊ່ວຍແກ້ໄຂສະພາບຊັບພະຍາກອນມະນຸດທີ່ພວມເຖົ້າແກ່ໄປຢູ່ເອີລົບ. ປະຈຸບັນ, ໃນແຕ່ລະມື້ ມີຊາວອົບພະຍົບນັບພັນຄົນຍັງຄົງຫຼັ່ງໄຫຼເຂົ້າເມືອງບັນດາປະເທດເອີລົບ ນັບແຕ່ຕົ້ນປີມາຮອດປະຈຸບັນ, ຕາມການປະເມີນຂອງອົງການຊາວອົບພະຍົບແຫ່ງສະຫະປະຊາຊາດ UNHCR ແລ້ວ, ໄດ້ມີຊາວອົບພະຍົບປະມານກວ່າເຄິ່ງລ້ານຄົນໄປຍັງເອີລົບ. ໃນນັ້ນ, ສະເພາະ ຊີຣີ ມີຊາວອົບພະຍົບເກືອບ 350.000 ຄົນໃນຍອດຈຳນວນຊາວຊີຣີ ກວ່າ 4 ລ້ານຄົນຂໍເຂົ້າເມືອງເອີລົບຍ້ອນສົງຄາມ ແລະ ຄວາມອຶດຫິວທຸກຍາກ. ປະຈຸບັນ, ໃນແຕ່ລະມື້ ມີຊາວອົບພະຍົບນັບພັນຄົນຍັງຄົງຫຼັ່ງໄຫຼເຂົ້າເມືອງບັນດາປະເທດເອີລົບ ໂດຍບໍ່ຫົວຊາຕໍ່ຄວາມອັນຕະລາຍຕໍ່ຊີວິດອີນຊີໃນການເດີນທາງ ດ້ວຍຄວາມຫວັງຢາກຫຼຸດພົ້ນອອກຈາກສົງຄາມ.
TAG
vovworld/ເຂົ້າເມືອງ/ອົບພະຍົບ
Related
More








