ການເຕີບໂຕເສດຖະກິດເອີລົບບໍ່ທັນໄດ້ຮັບການຟື້ນຟູ
06/11/2020 07:28
(VOVWORLD) - ໃນຊຸມມື້ທີ່ຜ່ານມາ, ຄະນະກຳມະການເອີລົບ (EC) ກໍ່ຄືບັນດາອົງການຈັດຕັ້ງສາກົນ ໄດ້ປະກາດບັນດາຂໍ້ມູນຂ່າວ ທີ່ບໍ່ມີຄວາມປະເອີບໃຈຫຼາຍ ກ່ຽວກັບສະພາບການເຕີບໂຕດ້ານເສດຖະກິດຂອງເອີລົບ. ການແຜ່ລະບາດຂອງໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ທ່າຟື້ນຟູເສດຖະກິດຖືກຊັກຊ້າລົງ ພ້ອມທັງປັບປຸງຂໍ້ສັງເກດທີ່ວ່າ: ພື້ນຖານເສດຖະກິດພາກພື້ນເອີລົບ ຈະບໍ່ກັບຄືນສູ່ສະພາບປົກກະຕິໃນກ່ອນປີ 2023 ໄດ້.

ຄຳສັ່ງສະພາວະສຸກເສີນຢູ່ເອີລົບເຮັດໃຫ້ຮ້ານຂາຍເຄື່ອງຕ້ອງປິດປະຕູໂດຍໄວ (ພາບ: REUTERS) ຕາມການສຳຫຼວດຂອງ Standard Eurobarometer ປະກາດເມື່ອວັນທີ 23 ຕຸລາແລ້ວ, ຊາວເອີລົບຈຳນວນ 64% ຄິດວ່າ ສະພາບເສດຖະກິດຂອງປະເທດຕົນ ພວມຊົ່ວຮ້າຍທີ່ສຸດ ແລະ ມີພຽງ 42% ເຊື່ອໝັ້ນວ່າ ພື້ນຖານເສດຖະກິດຂອງປະເທດຊາດ ຈະຟື້ນຟູ ພາຍຫຼັງການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ 19. ເລື່ອງເສດຖະກິດກາຍເປັນຄວາມສົນໃຈອັນດັບໜຶ່ງຂອງຊາວເອີລົບ ໃນປີ 2020 ແທນໃຫ້ບັນຫາເຂົ້າເມືອງ ແລະ ການແປ່ຽນແປງຂອງດິນຟ້າອາກາດ ຄືດັ່ງໃນບັນດາການສຳຫຼວດເມື່ອປີ 2019 ໄດ້ສະແດງໃຫ້ເຫັນສະພາບເສດຖະກິດເອີລົບ ໃນຈຸດເວລາປະຈຸບັນ.
TAG
VOV/VOVworld/ການເຕີບໂຕເສດຖະກິດ/ເອີລົບ/ລັດຖະສະພາ ສະຫະພາບເອີລົບ (EP)/ທະນາຄານສູນກາງອັງກິດ (BoE)/Eurozone
Related








