ການປະທະກັນລະຫວ່າງລັດເຊຍ-ຢູແກຼນ: ຍັງບໍ່ທັນຊອກຫາສຽງເວົ້າລວມໄດ້ເທື່ອ
15/04/2022 08:52
(VOVWORLD) - ໂດຍບໍ່ຫົວຊາຕໍ່ການຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດສາກົນນັ້ນ, ລັດເຊຍ ແລະ ຢູແກຼນ ຍັງບໍ່ທັນຊອກຫາສຽງເວົ້າລວມໄດ້ເທື່ອ ເພື່ອປະຕິບັດການຢຸດຍິງ. ບາງຄຳເຫັນມີຄວາມວິຕົກກັງວົນວ່າ ວິກິດການໃນປະຈຸບັນ ອາດຈະປີ້ນຂັ້ນໄດຢ່າງສັບສົນກ່ວາ ຍ້ອນການເຈລະຈາຖືກຫຼົ້ມເຫຼວ ພ້ອມດ້ວຍການກະທຳແຊກແຊງທີ່ຂາດເຈດຕະນາດີຈາກພາຍນອກ.

ເຮືອຮົບມົດສະກູ ຂອງ ແມ່ທັບເຮືອທະເລດຳ-ລັດເຊຍ (ພາບ: RT ) ພາຍຫຼັງ ລັດເຊຍ ໄດ້ປຸກລະດົມບັ້ນຮົບການທະຫານພິເສດຢູ່ ຢູແກຼນ ມາເປັນເວລາເດືອນເຄິ່ງ (ຄືວັນທີ 24 ກຸມພາ), ປະຈຸບັນ, ສະພາບສະໜາມຮົບຢູ່ ຢູແກຼນ ມີການປ່ຽນແປງຫຼາຍຢ່າງ. ແຕ່ເຖິງແນວນັ້ນກໍ່ຕາມ, ສິ່ງທີ່ຫາງສຽງພວມລໍຄອຍທີ່ສຸດ ແມ່ນຄຳສັ່ງຢຸດຍິງແຕ່ກໍ່ຍັງບໍ່ທັນບັນລຸໄດ້. ພາຍຫຼັງຫຼາຍຮອບເຈລະຈາດ້ວຍການເຂົ້າຮ່ວມ ແລະ ເປັນກາງຂອງບາງປະເທດຄື: ຕວກກີ, ເບລາຣຸດ…. ລັດເຊຍ ແລະ ຢູແກຼນ ຍັງບໍ່ທັນຊອກຫາໄດ້ສຽງເວົ້າລວມ ເພື່ອຢຸດຍິງເທື່ອ. ໃນຂະນະທີ່ການເຈລະຈາສືບຕໍ່ຈົນຕະແຈ, ຫຼາຍປະເທດຝ່າຍຕາເວັນຕົກ ໄດ້ຈັດວາງຄຳສັ່ງລົງໂທດໃສ່ລັດເຊຍ ຢ່າງລຽນຕິດ, ພ້ອມທັງນຳເອົາອາວຸດລ້າງຜານຫຼາຍປະເພດເຂົ້າສະໜາມຮົບ ຢູແກຼນ ຕື່ມອີກ. ຕົວຈິງດັ່ງກ່າວເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນວ່າ ສະພາບການສູ້ຮົບອາດຈະປີ້ນຂັ້ນໄດສັບສົນກ່ວາ ໃນຊຸມວັນຈະມາເຖິງ. ລູກສອນໄຟຕ້ານລົດຖັງເຄື່ອນທີ່ FGM-148 Javelin ໂດຍ ອາເມລິກາ ສະໜອງໃຫ້ ຢູແກຼນ (ພາບ: AFP)
TAG
VOV/VOVworld/William Burns/CIA/Maksym Marchenko/ເຮືອຮົບມົດສະກູ/ແມ່ທັບເຮືອທະເລດຳ
Related
More








