ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ສ.ເກົາຫຼີ: ແບບຢ່າງການຮ່ວມມືລະຫວ່າງລັດຖະສະພາ
02/11/2020 08:01
(VOVWORLD) - ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 31 ຕຸລາ- ວັນທີ 4 ພະຈິກ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນດີງາມ ລະຫວ່າງສອງປະເທດເວົ້າລວມ, ລະຫວ່າງສອງສະພາແຫ່ງຊາດເວົ້າສະເພາະ ໃນສະພາບການທີ່ທັງສອງປະເທດໄດ້ພ້ອມກັນສູ້ຊົນບັນລຸເປົ້າໝາຍຄວບຄູ່ຄື: ການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ແລະ ການພັດທະນາເສດຖະກິດ.

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ຢ້ຽມຢາມຫວຽດນາມ (ພາບ: quochoi.vn ) ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການເປັນຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ ສ.ເກົາຫຼີ ຊຸດທີ 21 ນັບແຕ່ທ່ານໄດ້ຮັບດຳລົງຕຳແໜ່ງເມື່ອວັນທີ 5 ມິຖຸນາປີ 2020.
TAG
VOV/VOVworld/ສ.ເກົາຫຼີ/ລັດຖະສະພາ/Park Byeong - Seug/Park Noh-wan
Related








