ການຢ້ຽມຢາມປະກອບສ່ວນຊຸກຍູ້ການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ
21/08/2024 09:14
(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສປ.ຈີນ ໃນລະຫວ່າງວັນທີ 18 – 20 ສິງຫາ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່,ປະທານປະເທດຈີນ ສີຈິ້ນຜິງ ແລະ ພັນລະຍາ. ການຢ້ຽມຢາມປະສົບຜົນສຳເລັດຢ່າງຈົບງາມ ໃນທຸກດ້ານ, ປະກອບສ່ວນຊຸກຍູ້ສຳຄັນສຳລັບການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ.

ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ຢູ່ຈີນ
TAG
VOV/VOVworld/ການພົວພັນ/ຫວຽດນາມ/ຈີນ
Related
More








