VOV WorldVOV World
ການຈັດຕັ້ງກົງຈັກບໍລິຫານໃຫ້ກະທັດລັດ
04/10/2017 07:55
(VOVWORLD) - ບັນດາພະແນກ, ຄະນະ, ຂະແໜງການເກືອບທັງໝົດລ້ວນແຕ່ກະທັດລັດຫົວໜ່ວຍຮັບຜິດຊອບແຕ່ 1 ເຖິງ 3 ຂະແໜງ.
ການຈັດຕັ້ງກົງຈັກບໍລິຫານໃຫ້ກະທັດລັດ
ການປະຕິຮູບການຈັດຕັ້ງກົງຈັກບໍລິຫານລັດແມ່ນແຜນນະໂຍບາຍໃຫຍ່ ແລະສຳຄັນ, ທີ່ໄດ້ເຕື້ອງເຖິງໃນບັນດາເອກະສານຂອງພັກ, ເປັນຕົ້ນແມ່ນມະຕິເລກທີ 39-ມຕ/ສກ ລົງວັນທີ 17/04/2015 ຂອງກົມການເມືອງ ກ່ຽວກັບເລື່ອງເຮັດໃຫ້ກົງຈັກກະທັດລັດ ແລະ ສ້າງໂຄງປະກອບຖັນແຖວພະນັກງານ, ລັດຖະກອນ, ພາລະກອນຄືນໃໝ່. ນີ້ກໍ່ແມ່ນໜຶ່ງໃນບັນດາເນືື້ອໃນ ທີ່ໄດ້ນຳມາປຶກສາຫາລືໃນຂອບເຂດກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 6 ຊຸດທີ 12 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 4 ຕຸລາ ຢູ່ ຮ່າໂນ້ຍ. ບົດຂຽນ “ການຈັດຕັ້ງກົງຈັກບໍລິຫານໃຫ້ກະທັດລັດ” ຂອງ ຮວາເຈີມ ນັກຂ່າວ VOV.   ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 6 ຊຸດທີ 12          ຕາມການຄິດໄລ່, ເມືອງໜຶ່ງເມື່ອສ້າງຄວາມກະທັດລັດດ້ານພະນັກງານ, ລັດຖະກອນບັນຈຸກ່ວາ 50 ຄົນ ຈະປະຢັດງົບປະມານໃນແຕ່ລະປີນັບຮ້ອຍລ້ານດົ່ງ. ບໍ່ທັນນັບທັງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ສະເພາະແຕ່ບັນດາຮູບແບບທີ່ເໝາະສົມໄດ້ໝູນໃຊ້ຢູ່ 63 ແຂວງ, ນະຄອນ, ດ້ວຍຫົວໜ່ວຍຂັ້ນເມືອງ 700 ແຫ່ງ ແລະ ຫົວໜ່ວຍຂັ້ນຕາແສງ ກ່ວາ 11.000 ແຫ່ງ ແລະ ຈະແມ່ນຕົວເລກທີ່ສູງທົບຫລາຍເທົ່າ. ຕາມການຄິດໄລ່ໃນເບື້ອງຕົ້ນ ຮອດປີ 2021, ຖ້າຫາກຫລຸດຜ່ອນພະນັກງານ, ລັດຖະກອນບັນຈຸໄດ້ 10% ຈະປະຢັດງົບປະມານໄດ້ 70.000 ຕື້ດົ່ງ. ນັ້ນຈຶ່ງແມ່ນຕົວເລກທີ່ສະແດງໃຫ້ເຫັນ, ຢູ່ດ້ານຫລັງນັ້ນ ແມ່ນປະສິດທິຜົນອັນໃຫຍ່ຫລວງ ກ່ຽວກັບເລື່ອງບັນດາຫົວໜ່ວຍຮັບຜິດຊອບ ຈະໄດ້ກະທັດລັດ, ບໍ່ຖືກຊ້ຳຊ້ອນກັນ, ຍົກສູງປະສິດທິຜົນແຫ່ງການຄຸ້ມຄອງ ແລະ ອິດທິພົນຊື່ສຽງຂອງກົງຈັກບໍລິຫານລັດ.
TAG
VOV/VOVworld/ພະ​ແນກ/ຄະ​ນະ/ຂະ​ແໜງ​/ພະນັກງານ/ລັດຖະກອນ/ກະທັດລັດ