VOV WorldVOV World
ການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພັດທະນາ
26/10/2017 11:09
(VOVWORLD) -ພັນທະມິດກຳອຳນາດ ລະຫວ່າງ ພັກປະຊາທິປະໄຕເສລີ (LDP) ຂອງນາຍົກລັດຖະມົນຕີ Shinzo Abe ແລະ ພັກ Komeito ຫາກໍ່ຍາດໄດ້ໄຊຊະນະໃຫຍ່ຫລວງໃນການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ເມື່ອວັນທີ 22 ຕຸລາ. ໄຊຊະນະນີ້ ໄດ້ນຳທ່ານນາຍົກລັດຖະມົນຕີ Shinzo Abe ກາຍເປັນຜູ້ນຳພາປະເທດ ຍີ່ປຸ່ນ ຍາວນານກວ່າໝູ່ໃນປະຫວັດສາດ ຍີ່ປຸ່ນ ເມື່ອສືບຕໍ່ກຳອຳນາດຮອດປີ 2021 ພ້ອມທັງເປັນການເປີດຊ່ອງທາງໃຫ້ທ່ານ Shinzo Abe ປະຕິບັດບັນດານະໂຍບາຍຊຸກຍູ້ການພັດທະນາເສດຖະກິດ, ພິເສດແມ່ນປະຕິບັດການປັບປຸງລັດຖະທຳມະນູນ, ຕາມນັ້ນແລ້ວ ອະນຸຍາດໃຫ້ເພີ່ມທະວີກຳລັງແຮງດ້ານການທະຫານຂອງປະເທດຊາດໃນສະພາບການບັນດາໄພນາບຂູ່ຈາກ ສປປ ເກົາຫລີ ພວມນັບມື້ນັບເພີ່ມຂຶ້ນ.
ການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພັດທະນາ
ການນຳພັກ LDP, ນາຍົກລັດຖະມົນຕີ  Shinzo Abe ແລະ ປະທານ ສະພາຄົ້ນຄ້ວານະໂຍບາຍຂອງ LDP ທ່ານ Fumio Kishida
TAG
VOV/VOVworld/ໄຊຊະນະ