VOV WorldVOV World
ການເລືອກຕັ້ງຢູ່ອັງກິດ ແລະ ບັນຫາ Brexit
08/06/2017 09:13
(VOVWORLD) -ວັນທີ 8/6, ຜູ້ມີສິດເລືອກຕັ້ງ ອັງກິດ ໄດ້ໄປປ່ອນບັດໃນການເລືອກຕັ້ງສະພາແຫ່ງຊາດ, ການເລືອກຕັ້ງກ່ອນກຳນົດເວລາສຳຄັນທີ່ສຸດນັບແຕ່ພາຍຫລັງປະເທດນີ້ ຖອນອອກຈາກ ສະຫະພາບເອີລົບ (EU). ໝາກຜົນການເລືອກຕັ້ງຈະສົ່ງຜົນກະທົບຫລາຍພໍສົມຄວນເຖິງວິວັດການເຈລະຈາຖອນອອກຈາກ EU ຂອງອັງກິດ ໃນໄລຍະຈະມາເຖິງ.
ການເລືອກຕັ້ງຢູ່ອັງກິດ ແລະ ບັນຫາ Brexit
 ທ່ານນາງ ນາຍົກລັດຖະມົນຕີ Theresa May  ພາບ:Vietnam+ ການແຂ່ງຂັນຍາດທີ່ນັ່ງຢູ່ ສະພາແຫ່ງຊາດ ອັງກິດ ໂດຍມີການເຂົ້າຮ່ວມຂອງພັກຮັກສາເດີມກຳອຳນາດ, ພັກກຳມະກອນ, ພັກປະຊາທິປະໄຕເສລີ, ພັກຊົນຊາດ Scotland, ພັກຂຽວ, ພັກເອກະລາດອັງກິດ ແລະ ພັກ Plaid Cymru  ຂອງເຂດ Wales. ເຖິງຢ່າງໃດກໍຕາມ, ແຕ່ດົນນານແລ້ວ ວົງການການເມືອງ ອັງກິດ ເຄີຍຢັ້ງຢືນວ່າ ນີ້ພຽງແຕ່ແມ່ນການຊ່ວງເສັງລະຫວ່າງພັກຮັກສາເດີມຂອງ ທ່ານນາງ ນາຍົກລັດຖະມົນຕີ Theresa May ແລະ ພັກກຳມະກອນ ໂດຍທ່ານ  Jenemy Corbyn ນຳພາ.         ໃນການເລືອກຕັ້ງສະພາແຫ່ງຊາດນີ້, ຜູ້ມີສິດເລືອກຕັ້ງອັງກິດ ໄດ້ຄັດເລືອກສະມາຊິກສະພາແຫ່ງຊາດ (ສສຊ) 650 ຄົນ ແມນຂຶ້ນກັບບັນດາພັກອື່ນ. ການນຳພັກຫນຶ່ງທີ່ມີ ສສຊ ຫລາຍຄົນກວ່າໝູ່ ຈະກາຍເປັນນາຍົກລັດຖະມົນຕີ ອັງກິດເພື່ອສ້າງຕັ້ງລັດຖະບານ, ຊີ້ນຳບໍລິຫານປະເທດຊາດ.         ການເລືອກຕັ້ງດຳເນີນໄປໃນສະພາບເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ອັງກິດ ພາຍຫລັງປະເທດນີ້ ເກີດການກໍ່ການຮ້າຍ 2 ຄັ້ງຢ່າງລຽນຕິດເຮັດໃຫ້ຫລາຍຄົນຖືກເສຍຊີວິດ.        
TAG
VOV/VOVworld/ເຈລະຈາ

More