VOV WorldVOV World
ການເລືອກຕັ້ງຢູ່ຍີ່ປຸ່ນກ່ອນກຳນົດເວລາ: ແຜນການສຳຄັນຂອງທ່ານນາຍົກລັດຖະມົນຕີ Shinzo Abe
28/09/2017 09:49
(VOVWORLD) -ວັນທີ 28 ກັນຍາ, ລັດຖະບານ ຍີ່ປຸ່ນ ໄດ້ຮັບຮອງເອົາມະຕິຍົກເລີກສະພາຕ່ຳ, ເປີດຊ່ອງທາງໃຫ້ການເລືອກຕັ້ງກ່ອນການກຳນົດເວລາທີ່ຄາດຄະເນວ່າຈະຈັດຂຶ້ນໃນວັນທີ 20 ຕຸລາ ຈະມາເຖິງ. ຄຳຕັດສິນຍົກເລີກສະພາຕ່ຳໄດ້ຮັບຖືວ່າແມ່ນປັດໄຈສະດວກຊ່ວຍໃຫ້ທ່ານນາຍົກລັດຖະມົນຕີ Shinzo Abe ຊະນະໃນການເລືອກຕັ້ງນາຍົກລັດຖະມົນຕີ ອາຍຸການຈະມາເຖິງ ເພື່ອສືບຕໍ່ນຳພາປະເທດ ຍີ່ປຸ່ນ ແກ້ໄຂບັນດາຄວາມຫຍຸ້ງຍາກປະຈຸບັນ. ເຖິງຢ່າງໃດກໍຕາມ, ລັດຖະບານໃຫມ່ ພາຍຫລັງການເລືອກຕັ້ງຢູ່ ຍີ່ປຸ່ນ ຈະປະເຊີນຫນ້າກັບບັນດາສິ່ງທ້າທາຍບໍ່ແມ່ນຫນ້ອຍ, ນັບແຕ່ດ້ານການເມືອງ, ເສດຖະກິດ ຕະຫລອດຮອດບັນດາບັນຫາສັງຄົມ.
ການເລືອກຕັ້ງຢູ່ຍີ່ປຸ່ນກ່ອນກຳນົດເວລາ: ແຜນການສຳຄັນຂອງທ່ານນາຍົກລັດຖະມົນຕີ Shinzo Abe
 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຄຳຮຽກຮ້ອງດຳເນີນການເລືອກຕັ້ງກ່ອນກຳນົດເວລາ ຊື່ງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຍົກອອກມາແຕ່ວັນທີ 25 ກັນຍາ. ທ່ານນາຍົກລັດຖະມົນຕີ Shinzo Abe ເນັ້ນຫນັກຢ່າງແຮງວ່າ ຄຳຕັດສິນດັ່ງກ່າວຂອງທ່ານ Shinzo Abe ຈະບໍ່ເຮັດໃຫ້ລັດຖະບານ ຍີ່ປຸ່ນ ເມີນເສີຍເລື່ອງປະເຊີນຫນ້າກັບບັນດາໄພນາບຂູ່ຈາກ ສປປ ເກົາຫລີ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີກຳລັງດັນ ຖ້າຫາກ ພຽງຢາງ ບໍ່ຢຸດຕິໂຄງການພັດທະນາອາວຸດນິວເຄຼຍ ແລະ ລູກສອນໄຟຂອງຕົນ.        
TAG
VOV/VOVworld/ຫນີ້ສາທາລະນະ